ຜັກອີຮຸມ ມີສັບພະຄຸນ ຊ່ວຍຫຼຸດເບົາຫວານ ແລະ ຍັງຊ່ວຍກະຕຸ້ນອາລົມທາງເພດ

ຜັກອີຮຸມເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດກາງ, ສູງ 3-10 ມ, ເປືອກເປັນສີເທົາ. ໃບປະສົມແບບຂົນນົກ, ໃບຍ່ອຍ 8-10 ຄູ່, ຮູບໄຂ່ກັບ ຫຼື ຮູບຂອບຂະໜານ, ກວ້າງ 5-20 ມ, ຍາວ 10-18 ຊມ, ຂອບເປັນຄື້ນ, ປາຍມົນ, ວ້ຳຕື່ນ.

ດອກອອກເປັນຊໍ່ແບບແຕກຂະແໜງ, ຍາວ 10-30 ຊມ, ມີດອກຍ່ອຍ 12-20 ດອກຕໍ່ຊໍ່, ກາບດອກສີຂຽວອ່ອນ, ກວ້າງ 4-7 ມມ, ຍາວ 10-17 ມມ. ກີບດອກສີສົ້ມແດງ ຍາວ 3-4 ຊມ. ປາຍແຍກແບບສອງປາກ, ອອກດອກຕະຫຼອດປີ. ໝາກເປັນຮູບຂອບຂະໜານ, ກົງເລັກນ້ອຍ​, ຍາວ 17-42 ຊມ, ມີສັນ 3 ອັນ. ແກ່ນຍາວປະມານ 12 ມມ, ມີປີກ, ຮຽງກົງກັນຂ້າງ.

ຄຸນປະໂຫຍດ:

ອິງໃສ່ຜົນການຄົ້ນຄວ້າວິທະຍາສາດຂອງຫຼາຍປະເທດເຫັນວ່າໃບຜັກອີ່ຮຸມມີຄຸນປະໂຫຍດຢ່າງຫຼວງຫຼາຍທີໜ້າມະຫັດສະຈັນ ເປັນອາຫານເສີມທີດີ ເພື່ອສຸຂະພາບຂອງຄົນເຮົາໃນການດໍາລົງຊີວີດປະຈໍາວັນ

ມີຫຼາຍທາດທີ່ມີຄຸນໂຫຍດເປັນຕົ້ນມີສານທີ່ອອກລິດຕ້ານທາດອະນຸມຸນອິດສະຫຼະ, ລິດຕ້ານນໍ້າຕານໃນເລືອດ ຫຼື ເບົາຫວານ, ລິດປ້ອງກັນສະໝອງ, ລິດເພື່ອຄວາມຊົງຈໍາ, ລິດຕ້ານຄວາມຄຽດ, ລິດຕ້ານການຊັກຈັງ, ລິດກະຕຸ້ນທາງເພດ, ລິດປ້ອງກັນຕັບ, ລິດແກ້ອາການເຈັບປວດ, ລິດລົດຜ່ອນໄຂມັນ ແລະ ທາດອື່ນໆ ທີ່ມີປະໂຫຍດຕໍ່ຮ່າງກາຍຂອງຄົນເຮົາ

ມີຫຼາຍບົດຄົ້ນຄວ້າວິທະຍາສາດໄດ້ຢັ້ງຢືນວ່າໃບຜັກອີ່ຮຸມມີຄຸນປະໂຫຍດຢ່າງຫຼວງຫຼາຍ, ຜັກອີ່ຮູມມີຄວາມປອດໄພຕໍ່ຜູ້ບໍລິໂພກ.

Author: PP

Leave a Reply

Your email address will not be published. Required fields are marked *