
ດ່ວນ..!! ບົດລາຍງານຂໍທິດຊີ້ນໍາ ກ່ຽວກັບການປິດນະຄອນຫຼວງວຽງຈັນ (ລ໋ອກດາວ) ລະຫວ່າງວັນທີ 13-30 ເມສາ 2021 !!!
ນະຄອນຫຼວງວຽງຈັນ ຂໍຖືເປັນກຽດຮຽນລາຍງານມາຍັງທ່ານຊາບ ແລະ ຂໍທິດຊີ້ນຳ ດັ່ງນີ້:
1). ພາຍຫຼັງກວດພົບເຊື້ອພະຍາດ Covid-19 ໃນວັນທີ 11 ເມສາ 2011 ຈາກ ທ. ນາວາ ທຸງໄຊ ນັກທຸລະກິດໄທ, ຊຶ່ງຜູ້ກ່ຽວໄດ້ເຄື່ອນໄຫວໃນ ຊຸມນະຄອນຫຼວງວຽງຈັນ ຢູ່ຫຼາຍແຫ່ງ, ຄະນະສະເພາະກິດນະຄອນຫຼວງ
ໄດ້ສັ່ງປິດຮ້ານອິນເຕີເນັດກາເຟໃນມື້ດຽວກັນ ຢູ່ທົ່ວເມືອງຈັນທະບູລີ ແລະ ມື້ຕໍ່ມາ ໄດ້ສັ່ງປິດທົ່ວນະຄອນຫຼວງວຽງຈັນ, ສ່ວນຜູ້ກ່ຽວ ໄດ້ເອົາເຂົ້າຕິດຕາມອາການ ແລະ ປິ່ນປົວຢູ່ໂຮງໝໍມິດຕະພາບ, ສຳລັບແຟນສາວ ແລະ ພະນັກງານ 6 ຄົນ, ຍິງ 3 ຄົນ
ໃນຮ້ານອິນເຕີເນັດກາເຟຂອງຜູ້ກ່ຽວ ໄດ້ເອົາໄປກວດເລືອດດ່ວນ ຜົນກວດອອກມາແມ່ນເປັນລົບ, ປະຈະບັນໄດ້ ນຳໄປກັກກັນໄວ້ຢູ່ສູນຫຼັກ 27. ສ່ວນຜູ້ທີ່ພົວພັນໃກ້ສິດກັບແຟນສາວ ແລະ ພະນັກງານຮ້ານອິນເຕີເນັດກາເຟ ແມ່ນໄດ້ສັ່ງໃຫ້ກັກກັນຕົນເອງຢູ່ກັບເຮືອນ ແລະ ມອບໃຫ້ກອງຫຼອນ, ປກສ ບ້ານ ສະກັດກັ້ນບໍ່ໃຫ້ຄົນໃນອອກ ແລະ ຄົນທາງ ນອກເຂົ້າໄປໃນບ້ານເຮືອນຂອງພວກກ່ຽວ.
2). ສັບລັບບົດຖະແຫຼງຂອງທ່ານຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດສູນກາງ ແລະ ຄໍາສັ່ງ ແນະນຳເພີ່ມເຕີມຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ Covid-19
ສະບັບເລກທີ 3443/ສພກ, ລົງວັນທີ 12 ເມສາ 2021 ນັ້ນ,
ຄະນະສະເພາະກິດນະຄອນຫຼວງວຽງຈັນ ໄດ້ຈັດປະຊຸມ
ແລະ ຜັນຂະຫຍາຍດ່ວນ ໂດຍຈະອອກເປັນຄຳສັ່ງແນະນຳຂອງຕົນດ່ວນ ແລະ ໄດ້ມອບໃຫ້ທຸກເມືອງ, ພະແນກການ-
ອົງການທີ່ກ່ຽວຂ້ອງ ດຳເນີນການສັ່ງຫ້າມ, ສັ່ງປິດ, ສັ່ງງົດກິດຈະກຳຕ່າງໆ ໄດ້ທັນທີໂລດ ຕາມຄວາມຮັບຜິດຊອບຂອງ
ຕົນ.
3). ເນື່ອງຈາກວ່າຜູ້ຕິດເຊື້ອພະຍາດ Covid-19 ເປັນການກວດພົບເຫັນໃນຊຸມຊົນນະຄອນຫຼວງວຽງຈັນ ຊຶ່ງການເຄື່ອນໄຫວຂອງຜູ້ຕິດເຊື້ອມີຂອບເຂດກວ້າງຂວາງໃນຫຼາຍແຫ່ງ, ຫຼາຍສະຖານທີ່ ແລະ ຊ່ວງນີ້ມວນຊົນຊາວ ນະຄອນຫຼວງວຽງຈັນ ພວມສະຫຼອງຫຼິ້ນທ່ຽວບຸນປີໃໝ່ລາວ
ຄາດວ່າຈະມີຜູ້ເດີນທາງໄປທຸກໆແຂວງ ໃນທົ່ວປະເທດ ແລະ ຈະມີນັກທ່ອງທ່ຽວພາຍໃນ ຈາກທົ່ວປະເທດ ມາຫຼິ້ນທ່ຽວຢູ່ນະຄອນຫຼວງວຽງຈັນ, ສະນັ້ນ ນະຄອນຫຼວງວຽງຈັນ ຈຶ່ງຂໍອະນຸມັດປິດ ການເດີນທາງທ່ອງທ່ຽວເຂົ້າ-ອອກ (Lock down) ນະຄອນຫຼວງວຽງຈັນ
ນັບແຕ່ວັນທີ 13-30 ເມສາ 2021 ໄວ້ກ່ອນ, ຍົກເວັ້ນການຂົນສົ່ງສິນຄ້າ, ຄົນເຈັບ ແລະ ຄົນເກີດອຸປະຕິເຫດ, ເພື່ອເປັນມາດຕະການສູງສຸດ ບໍ່ໃຫ້ມີ ການແຜ່ເຊື້ອພະຍາດ Govid-19 ຈາກຊຸມຊົນນະຄອນຫຼວງວຽງຈັນ ອອກໄປຍັງແຂວງອື່ນໆ.
ສາລັບມາດຕະການສັ່ງຫ້າມ, ສັ່ງປິດ, ສັ່ງງົດອື່ນໆ ຕາມຄຳສັ່ງຂອງຄະນະສະເພາະກິດສູນກາງ ແລະ ນະຄອນຫຼວງວຽງຈັນ ພວມຈັດຕັ້ງປະຕິບັດຢູ່ໃນປະຈຸບັນນີ້ ແມ່ນຍັງຈະສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ນງວດຕໍ່ໄປ.