
ງານແຂ່ງຂັນກິລາເຈັສກີ ທີ່ຫຼວງພະບາງ 10 ເມສາ 2021ນະຄອນຫຼວງພະບາງ ຈັດງານແຂ່ງຂັນກິລາ ເຈັສກີ ຊິງຂັນເຈົ້ານະຄອນ-ຫຼວງພະບາງວັນທີ 10 ເມສາ 2021 ນີ້.
ທີ່ດອນຊາຍມຸງຄຸນ ຟາກຝັ່ງແມ່ນ້ຳຂອງ ໄດ້ຈັດງານແຂ່ງຂັນກິລາເຈັສກີ ໂດຍເປັນປະທານຂອງ ທ່ານ ວຽງທອງ ຫັດສະຈັນ ຄະນະປະຈຳພັກແຂວງ ເລຂາພັກນະຄອນ ເຈົ້ານະຄອນຫຼວງພະບາງ.
ທ່ານ ວຽງທອງ ຫັດສະຈັນ ເຈົ້ານະຄອນ-ຫຼວງພະບາງ ໄດ້ກ່າວເປີດພິທີໃນງານແຂ່ງຂັນເຈັສກີຢ່າງເປັນທາງການວ່າ ເພື່ອເປັນການຊຸກຍູ້ສີມການ ທ່ອງທ່ຽວ ລາວທ່ຽວລາວ ໂດຍສະເພາະກໍ່ຄືນະຄອນຫຼວງພະບາງ ເມືອງມໍລະດົກໂລກ ໃຫ້ມີບັນຍາກາດຟົດຟື້ນ
ມີທ່ານ ບຸນເລື່ອມ ທະນີວົງ ຮອງເຈົ້າແຂວງຫຼວງພະບາງ ທ່ານ ສອນເພັດ ເມືອງວົງ ປະທານ ບໍລິສັດໄຟຟ້າ ແລະ ເກັບກູ້ລະເບີດ ມີບັນດາ ການນຳຂັ້ນແຂວງ, ຂັ້ນນະຄອນ ເຈົ້າໜ້າທີ່ ປກສ, ໜ່ວຍກູ້ໄພແພດປະຈຳສະໜາມ, ນັກກິລາ ແລະນັກທ່ອງທ່ຽວຍິງຊາຍເຂົ້າຮ່ວມ.
ເຊິ່ງໃນປີນີ້ການແຂ່ງຂັນກິລາເຮືອເຈັສກີ ແມ່ນໄດ້ຈັດຂຶ້ນເປັນຄັ້ງທີ່ 3 ມີ ແລະມີເຮືອເຂົ້າແຂ່ງຂັນຈຳນວນ 30 ລຳ, ໃນນັ້ນ ແບ່ງອອກເປັນ 3 ລຸ້ນຄື: ລຸ້ນ 700 ຊີຊີ; ລຸ້ນ 1,100 ຊີຊີ ແລະ ລຸ້ນ 1,800 ຊີຊີ ທີ່ມາຈາກ ນະຄອນຫຼວງວຽງຈັນ, ນະຄອນ-ຫຼວງພະບາງ ແລະ ແຂວງສະຫວັນນະເຂດ,
ປະທານໄດ້ຊົມເຊີຍໃນການຮ່ວມມືເປັນເຈົ້າການ ໂດຍສະເພາະແມ່ນຄະນະຮັບຜິດຊອບຈັດງານແຂ່ງຂັນກິລາ ທີ່ໄດ້ຫ້າງຫາກະກຽມການຈັດກິດຈະກຳງານແຂ່ງຂັນກິລາເຈັສກີຂຶ້ນເພື່ອຂ່ຳນັບຮັບຕ້ອນໃຫ້ກັບການສະເຫຼີມສະຫຼອງບຸນປີໃໝ່ລາວ,
ຕໍ່ໃນພິທີທ່ານເຈົ້ານະຄອນຍັງໄດ້ຮຽກຮ້ອງໃຫ້ນັກກິລາທຸກຄົນ, ທຸກທິມກຽມຄວາມພ້ອມລົງສູ່ສະໜາມການແຂ່ງຂັນ ເພື່ອຊິງໄຊເອົາຂັນທ່ານເຈົ້ານະຄອນຫຼວງພະບາງ ດ້ວຍເຕັກນິກ ແລະ ປະສົບການ ເຖິງແມ່ນວ່າຈະສະນະຫຼືເສຍ ແມ່ນບໍ່ໃຫ້ຖືເປັນບັນຫາສຳຄັນ.
ພ້ອມນັ້ນ ຄະນະກຳມະການຕັດສິນ ຕ້ອງຮັບປະກັນຄວາມຍຸຕິທຳ ເປັນກາງເດັດຂາດໃນການຕັດສິນ ແລະ ຮັບປະກັນໃຫ້ໄດ້ 3 ຢ່າງຄື: ສຸຂະພາບ, ຄວາມສາມັກຄີ ແລະ ບັນຍາກາດ.
ຈາກນັ້ນການແຂ່ງຂັນໄດ້ເລີ່ມຂຶ້ນ ໃນແຕລະລຸ້ນໄດ້ແຂ່ງຂັນຊ່ວງຊິງກັນຢ່າງດຸເດືອດ ເຮັດໃຫ້ໜ້ານໍ້າແມ່ຂອງເຄື່ອນໄຫວເໜັງຕີງມີຊີວິດຊີວາ, ເຈັສກີແຕ່ລະກຳແຂ່ງຂັນກັນດ້ວຍຄວາມໄວສູງ ເຮັດໃຫ້ໜ້ານໍ້າຂອງເຕັມໄປດ້ວຍຝອງ ລະອອງນໍ້າສີຂາວຟົ້ງຂຶ້ນເທິງໜ້ານໍ້າຢ່າງສວຍງາມ,
ນັກກິລາແຂ່ງຂັນເຮືອເຈັສກີແຕ່ລະລຳໃນສະໜາມ ໄດ້ຄວບຄຸມເຮືອຂອງຕົນ ດ້ວຍຄວາມຄ່ອງແຄ້ວໄປຕາມທິດທາງໃນຮູບແບບການແຂງຂັນ ແລະໃຊ້ພິບໄຫວຂອງຕົນຊ່ວງເສັງກັນເພື່ອໃຫ້ໄດ້ອັນດັບທີ່ດີ
ໃນນັ້ນນັກກິລາທີ່ເປັນໄຮໄລ້ຂອງງານໃນຄັ້ງນີ້ ທີ່ມີນາມວ່າ ທ້າວ ສະກ່າຍ ຈາກແຂວງສະຫວັນນະເຂດ ໃນໄວອາຍຸ 9 ປີເທົ່ານັ້ນ ໄດ້ສະແດງຄວາມສາມາດທຽບເທົ່າກັບຜູ້ໃຫຍ່ແລະເກີດຄວາມຄາດໝາຍຂອງນັກທ່ອງທ່ຽວທີ່ຮັບຊົມ ເຮັດໃຫ້ຜູ້ຊົມຜູ້ເຊຍທັງສອງຟາກຝັ່ງແມ່ນ້ຳຂອງ ຕ້ອງຕະລຶງ ແລະ ອົດໃຈບໍ່ໄຫວທີ່ຈະຕ້ອງຮ້ອງຕະໂກນສະໜັ່ນທົ່ວຂອບສະໜາມກັບຄວາມສາມາດຂອງລາວ ແລະ ສາມາດຍາດເອົາລາງວັນຊະນະເລີດໃນລຸ້ນເຍົາວະຊົນ
ແລະ ລູ້ນ 700 ຊີຊີ ໃນອັນດັບທີ 5 ສ່ວນອັນດັບທີ່ 1 ໃນລຸ້ນ 700 ຊີຊີ ໄດ້ແກ່ ທ້າວ ເທບພະລັກ ຈາກນະຄອນຫຼວງວຽງຈັນ, ອັນດັບທີ່ 2 ແມ່ນ ທ້າວ ຕູກລິກ ຈາກນະຄອນຫຼວງພະບາງ ແລະ ທ້າວ ມອດ ໄດ້ອັນດັບທີ່ 3, ສ່ວນລຸ້ນ 1,100 ຊີຊີ ໄດ້ແກ່ ທ້າວ ໂອ່ເລ່ ຈາກນະຄອນຫຼວງວຽງຈັນ ໃນອັນດັບທີ 1,
ທ້າວ ບິນລ່ຽມ ໄດ້ອັນດັບທີ່ 2 ແລະ ອັນດັບທີ 3 ແມ່ນ ທ້າວ ບິນລີ່ ສຸດທ້າຍ ລຸ້ນ 1,800 ຊີຊີ ອັນດັບທີ່ 1 ໄດ້ແກ່ ທ້າວ ໂຈວັດທະນາ ຈາກນະຄອນຫຼວງ, ທ້າວ ເບນ້ອຍ ໄດ້ອັນດັບທີ2 ແລະ ຈ່ອນນີ່ ຈາກແຂວງສະຫວັນນະເຂດໄດ້ອັນດັບ 3 ໄປຄອງ.
(ຊົມຄຼິບ):