
ສູນກາງສະຫະພັນກໍາມະບານລາວ ຈະຈັດຫລາຍກິດຈະກໍາເພື່ອສະເຫລີມສະຫລອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ ( 1/2/1956 – 1/2/2021 ) ໂດຍຕິດພັນກັບການປະຕິບັດມາດຕະການສະກັດກັ້ນ ແລະ ປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການສະເຫລີມສະຫລອງວັນທີ່ມີຄວາມໝາຍສໍາຄັນໃນຄັ້ງນີ້ເຕັມໄປເນື້ອໃນທີ່ເລິດເຊີ່ງ ແລະ ປ້ອງ ກັນໄດ້ການລະບາດຂອງພະຍາດໂຄວິດ-19.
ໃນໂອກາດຖະແຫລງຂ່າວຕໍ່ສື່ມວນຊົນຢູ່ສູນກາງສະ ຫະພັນກໍາມະບານລາວ, ນະຄອນຫລວງວຽງຈັນ ໃນວັນທີ 26 ມັງກອນ 2021 ທ່ານ ນາງ ອາລີ ວົງໜໍ່ບຸນທໍາ, ກໍາມະການສູນກາງພັກ, ປະທານຄະນະບໍລິຫານງານສູນກາງສະ ຫະພັນກໍາມະບານລາວ ນອກຈາກໄດ້ຍົກໃຫ້ເຫັນເຖີງມູນເຊື້ອຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວຂອງສະຫະພັນກໍາມະບານລາວ ຕະຫລອດໄລຍະ 65 ປີ ຜ່ານມາ, ທ່ານຍັງໃຫ້ຮູ້ກ່ຽວກັບບັນດາກິດຈະກໍາທີ່ຈະຈັດຂຶ້ນໃນໂອກາດສະເຫລີມ ສະຫລອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ ວ່າ: ສູນກາງສະຫະພັນກໍາມະບານລາວ ໄດ້ມີແຈ້ງການເຖິງສະຫະພັນກໍາມະບານທຸກຂັ້ນ ນັບແຕ່ສູນກາງຮອດທ້ອງຖິ່ນ, ລວມທັງບັນດາໂຮງຈັກ, ໂຮງງານ ທັງພາກລັດ ແລະ ເອກະຊົນ ທີ່ມີເງື່ອນ ໄຂ ແລະ ຄວາມສາມາດ ຈັດຕັ້ງການເຜີຍແຜ່ປາຖະກະຖາກ່ຽວກັບມູນເຊື້ອວັນສ້າງຕັ້ງສະຫະພັນກໍາມະບານ ຄົບ ຮອບ 65 ປີ, ພ້ອມດຽວກັນນັ້ນ ຖ້າມີເງື່ອນໄຂໃຫ້ຈັດຕັ້ງຂະບວນການຕ່າງໆ ເຊັ່ນ: ກອງປະຊຸມວິທະຍາສາດ, ກິດຈະກໍາ ຖາມ-ຕອບຄວາມຮູ້ກ່ຽວກັບວຽກງານກໍາມະບານ, ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ, ຈັດຂະບວນການແຂ່ງຂັນກິລາມວນຊົນ, ສິລະປະວັນນະຄະດີ, ລະຄອນສັ້ນ ທີ່ມີເນື້ອໃນກ່ຽວກັບການສຶກສາອົບຮົມການເມືອງ-ແນວຄິດ , ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງສະມາຊິກກໍາມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ແລະ ວຽກງານກໍາມະບານ.
ທ່ານ ນາງ ອາລີ ວົງໜໍ່ບຸນທໍາ ໃຫ້ຮູ້ຕື່ມວ່າ: ສະເພາະຢູ່ສູນກາງສະຫະພັນກໍາມະບານ ຈະມີການໂຮມຊຸມນຸມ, ຈັດກອງປະຊຸມ ວິທະຍາສາດສົນທະນາແລກປ່ຽນບົດຮຽນກ່ຽວກັບການພັດທະນາວຽກງານກໍາມະບານໃນໄລຍະໃຫມ່ຢູ່ຫໍປະຊຸມແຫ່ງຊາດ ໃນວັນທີ 1 ກຸມພາ 2021, ຈັດ ຕັ້ງປາຖະກະຖາມູນເຊື້ອວັນສ້າງຕັ້ງ ສະຫະພັນກໍາມະບານລາວ, ສົມທົບກັບສະຫະພັນກໍາມະບານນະຄອນຫຼວງວຽງຈັນ ແລະ ສູນເລືອດ ແຫ່ງຊາດ ຈັດກິດຈະກໍາບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມໃນ 9 ຕົວເມືອງພາຍໃນນະ ຄອນຫຼວງວຽງຈັນ ໂດຍເລີ່ມຈັດຕັ້ງປະຕິບັດ ແຕ່ວັນທີ 19 ມັງກອນ 2021 ເປັນຕົ້ນມາ ແລະ ຈະຈັດຢູ່ຢູ່ສໍານັກງານສູນກາງສະຫະພັນກໍາມະບານລາວ ໃນວັນທີ 28 ມັງກອນ 2021. ນອກຈາກນີ້ ຍັງມີຂະບວນການແຂ່ງຂັນກິລາ, ສິລະ ປະ ວັນນະຄະດີ, ຂະບວນອອກແຮງງານອະນາໄມລວມຕາມເງື່ອນໄຂ ແລະ ສະພາບຄວາມເປັນຈິງ. ແຕ່ໃນການຈັດກິດຈະກໍາຕົວຈິງແຕ່ລະພາກສ່ວນ ຕ້ອງປະຕິບັດຕາມມາດຕະການຂອງຄະນະສະເພາະກິດເພື່ອຄວບ ຄຸມ,ປ້ອງກັນ ແລະ ແກ້ໄຂການລະບາດ ຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ປະທານຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ຍັງໄດ້ຮຽກຮ້ອງມາຍັງຄະນະບໍລິຫານງານສະ ຫະພັນກໍາມະບານ ແຕ່ລະຂັ້ນ, ສະມາຊິກກໍາມະບານ, ກໍາ ມະກອນ ແລະ ຜູ້ອອກແຮງງານທຸກຖ້ວນຫນ້າ ຈົ່ງໄດ້ຕັ້ງ ຫນ້າ ແລະ ສາມັກຄີກັນເຂົ້າຮ່ວມຂະບວນການຕ່າງໆ ເພື່ອເຮັດໃຫ້ການສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 65 ປີ ມີເນື້ອໃນ, ຄວາມຫມາຍຄວາມສໍາຄັນ, ມີບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ພ້ອມທັງ ເປັນການຊົມເຊີຍຜົນສໍາເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກ, ຜົນສໍາເລັດ ກອງປະຊຸມໃຫ່ຍຜູ້ແທນກໍາມະບານລາວທົ່ວປະເທດຄັ້ງທີ VIII, ກຽມ ພ້ອມເພື່ອກ້າວໄປສູ່ການເລືອກ ຕັ້ງສະມາຊິກສະພາແຫ່ງ ຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດ II ໃຫ້ໄດ້ຮັບຜົນສໍາເລັດຕາມທີ່ຄາດໝາຍໄວ້.
ໂດຍ: ບຸນຕຽງ ຈັນທະວົງ
ພາບ: ຢຸພິນ