ເກີດເຫດ..!! ຜູ້ຂັບຂີ່ເມົາ,ກັບລົດ ແລະ ຂັບສວນເລນເທິງທາງດ່ວນ

ຕອນເຊົ້າຂອງວັນທີ 14 ເມສາ 2021, ຜູ້ຂັບຂີ່ທ່ານຊາຍທ່ານໜຶ່ງທີ່ຂັບຂີ່ລົດກະບະສີດຳ, ເມົາແລ້ວຂັບ, ກັບລົດ ແລະ ຂັບສວນເລນເທິງທາງດ່ວນ, ເຊິ່ງໄດ້ດາດເລັກໜ້ອຍກັບລົດກະບະສີປອນທີ່ສັນຈອນຕາມທາງ, ອຸປະຕິເຫດຄັ້ງນີ້ແມ່ນບໍ່ມີຜູ້ໄດ້ຮັບບາດເຈັບ.

ສະພາບເຫດການ: ຕອນເຊົ້າຂອງວັນທີ 14 ເມສາ 2021 ເວລາປະມານ 10:30 ນາທີ. ຢູ່ເທິງທາງດ່ວນວຽງຈັນ-ວັງວຽງ, ຢູ່ລະຫວ່າງຊ່ວງທາງສະຖານີບ້ານບົວໄປຫາສະຖານີໂພນຄຳ (ຢູ່ຈຸດກິໂລແມັດທີ K38) ໄດ້ມີລົດກະບະສີດຳຄັນໜຶ່ງກັບລົດເທິງທາງດ່ວນ, ຂັບຂີ່ສວນເລນ 30 ກວ່າກິໂລແມັດ, ລະຫວ່າງທາງໄດ້ດາດກັບລົດກະບະສີປອນທີ່ສັນຈອນຕາມທາງປົກກະຕິ.

ໂຊກດີຄືບໍ່ມີຄົນໄດ້ຮັບບາດເຈັບຈາກອຸປະຕິເຫດຄັ້ງນີ້, ແຕ່ຄວາມເສຍຫາຍທີ່ເກີດຂຶ້ນແມ່ນແວ່ນຂ້າງຂອງລົດທັງສອງຄັນຫັກອອກ. ພະນັກງານບໍລິຫານທາງດ່ວນ ແລະ ຕຳຫຼວດຈະລາຈອນໄດ້ກັກລົດທີ່ສວນເລນດັ່ງກ່າວຢູ່ທີ່ຈຸດສະຖານີນະຄອນຫຼວງວຽງຈັນ.

ພາຍຫຼັງທີ່ລົດສວນເລນຖືກກັກໄວ້ແລ້ວ, ໂຕຂອງຜູ້ຂັບຂີ່ດັ່ງກ່າວແມ່ນມີກິ່ນເຫຼົ້າແຮງ, ປະກອບກັບເຫຼົ້າເຄິ່ງແກ້ວຢູ່ໃນລົດທີ່ຍັງບໍ່ທັນດື່ມໝົດ, ຫຼັງຈາກຜູ້ຂັບຂີ່ຖືກຕຳຫຼວດຈະລາຈອນກັກໂຕ ຜູ້ກ່ຽວແມ່ນຍັງຢູ່ສະພາບມືນເມົາ, ທັງຍັງຊວນພະນັກງານບໍລິຫານທາງດ່ວນ ແລະ ຕຳຫຼວດຈະລາຈອນດື່ມເຫຼົ້ານຳ, ຈາກນັ້ນ, ຕຳຫຼວດຈະລາຈອນໄດ້ດຳເນີນການກວດກາທາດເຫຼົ້າຕໍ່ຜູ້ຂັບຂີ່, ຢືນຢັນໄດ້ວ່າຜູ້ຂັບຂີ່ດັ່ງກ່າວແມ່ນໄດ້ດື່ມສິ່ງມືນເມົາແລ້ວຂັບລົດ.

ຊ່ວງໄລຍະນີ້ເປັນຊ່ວງບຸນປີໃໝ່, ປະຊາຊົນທີ່ເລືອກໃຊ້ທາງດ່ວນໃນການເດີນທາງກໍ່ເພີ່ມຂຶ້ນ, ບໍລິສັດທາງດ່ວນ ລາວ-ຈີນ ຈຳກັດ ຈະລົງໂທດຕໍ່ຜູ້ທີ່ບໍ່ຮັບຜິດຊອບຕົນເອງ, ບໍ່ຮັບຜິດຊອບທີ່ສົ່ງຜົນກະທົບຕໍ່ຄົນອື່ນ ແລະ ການກະທຳທີ່ບໍ່ເຫັນຄວາມສຳຄັນຂອງຊີວິດ!

ບໍລິສັດທາງດ່ວນ ລາວ-ຈີນ ຈຳກັດ ຂໍເຕືອນມາຍັງນັກຂັບຂີ່ທຸກທ່ານ, ອຸປະຕິເຫດຄັ້ງນີ້ເຮັດໃຫ້ພວກເຮົາຮຽນຮູ້ວ່າ:
1. ຫ້າມບໍ່ໃຫ້ເມົາແລ້ວຂັບ
2. ຫ້າມບໍ່ໃຫ້ກັບລົດຢູ່ເທິງທາງດ່ວນ
3. ຫ້າມບໍ່ໃຫ້ຂັບຂີ່ສວນເລນເທິງທາງດ່ວນ

(ຄຼິບ):

 

Author: PP

Leave a Reply

Your email address will not be published. Required fields are marked *