ູ6 ປະການ ທີ່ຜູ້ຍິງວາງຕົວແລ້ວຜູ້ຊາຍແລ່ນຕາມ

1. ທຳຕົວພໍດີໆ ບໍ່ໂອເວີ

ການວາງຕົວ ໃຫ້ເບິ່ງພໍດີນັ້ນເປັນສິ່ງທີ່ສາວໆ ຫລາຍຄົນຕ້ອງກະທຳເດີ ເພາະວ່າຄົງບໍ່ມີໃຜມັກຜູ້ຍິງທີ່ມັກທຳຕົວໂອເວີ

ຈົນເກີນໄປດອກແມ່ນບໍ່ ເພາະສະນັ້ນທຳແຕ່ພໍດີໃຫ້ເບິ່ງພໍງາມກໍ່ພໍຈ່ະ

2. ແຕ່ງກາຍໃຫ້ດູດີ

ແມ່ນແລ້ວຈ່ະ ການແຕ່ງກາຍກໍ່ມີສ່ວນຊ່ວຍ ໃນການວາງຕົວຂອງເຮົາເຊັ່ນກັນ ການເລືອກໃສ່ເສື້ອຜ້າທີ່ເບິ່ງ ເຂົ້າກັບເຮົາ

ກໍ່ຈະເຮັດໃຫ້ເຮົາດູດີ ແລະ ມີສະເຫນ່ເອົາຫລາຍໆໃນສາຍຕາຂອງຄົນທີ່ໄດ້ພົບເຫັນ

3. ໃຊ້ຄຳເວົ້າໃຫ້ດີແລະສະຫລາດ

ສຳນຽງສື່ກິລິຍາສື່ສະກຸນ ສາວໆ ຫລາຍຄົນອາດຈະເຄີຍໄດ້ຍິນຄຳໆນີ້ມາແດ່ ແນ່ນອນຈ່ະ ການຈະເວົ້າຈະຈານັ້ນ

ເຮົາຄວນຈະໃຊ້ຄຳໃຫ້ດີ ແລະຄິດກ່ອນທີ່ຈະເວົ້າເພາະຄຳເວົ້າກໍ່ເປັນຕົວບົ່ງບອກ ໄດ້ວ່າເຮົາເປັນຄົນແບບໃດ ເພາະສະນັ້ນໃຊ້ຄຳເວົ້າ

ໃຫ້ຖືກຕາມສະຖານະການແລະໃຊ້ຄຳໃຫ້ດີພ້ອມເດີ ຈ່ະ ສາວໆ

4. ການວາງຕົວ ໃຫ້ເຫມາະສົມໃນໂລກໂຊຊຽວ

ເມື່ອມີຄົນສົນໃຈເຮົາແລ້ວ ແນ່ນອນເຂົາຈະຕາມຫາວ່າເຮົາເປັນຄົນແບບໃດ ສິ່ງທີ່ຈະນຳມາກໍ່ຄື ຢາກຮູ້ເຟສ ຮູ້ຕິກຕ໋ອກຂອງເຮົາ

ແລະການທີ່ເຮົາມີຫຍັງແດ່ຫນ້ອຍຫນຶ່ງກໍ່ໂພສ໌ລົງໆຕະຫລອດ ມັນອາດຈະເຮັດໃຫ້ເຮົາເບິ່ງບໍ່ດີກໍ່ເປັນໄດ້ໃນສາຍຕາຂອງຫນຸ່ມໆ ອາດຈະເປັນວ່າເຮົາເປັນຄົນໃຈຮ້ອນ ບາໆໆໆ

ແລະນັ້ນມັນເຮັດໃຫ້ເຮົາເບິ່ງຄືບໍ່ນ່າຄົ້ນຫາເອົາຫລາຍໆເລີຍຈ່ະ ແລະ ການກະທຳໂປຮໄຟລ໌ໃນໂຊຊຽວ ຂອງເຮົາກໍ່ຖືວ່າສົ່ງຜົນກະທົບຕໍ່ຕົວເຮົານຳອີກດ້ວຍ.

ເພາະສະນັ້ນ ຈະໂພສ໌ຈະແຊຮ໌ຫຍັງ ຄິດໃຫ້ດີຈັກຫນ້ອຍຫນຶ່ງກ່ອນເດີສາວໆ ເທົ່ານີ້ເຮົາກໍ່ຈະສາມາດວາງຕົວໃນການໃຊ້ ສື່ ໂຊຊຽວໄດ້ດີແລ້ວຈ່ະ.

5. ໃຊ້ຄວາມ ນິ່ງ ຂອງເຮົາສະຫງົບ ຜູ້ຊາຍ

ເທັກນິກນີ້ເປັນເທັກນິກ ທີ່ຕ້ອງອາໄສຄວາມນິ່ງນັ້ນກໍ່ຄືການ ຄຸມສະຕິແລະບໍ່ຄວນສະແດງອອກຫລາຍຈົນເກີດນໄປ ການທີ່ເປັນຜູ້ຍິງນິ່ງໆມິດໆ

ນັ້ນຈະເຮັດໃຫ້ເຮົາເບິ່ງສຸຂຸມແລະນ່າຄົ້ນຫາຂຶ້ນ ແຕ່ກໍ່ບໍ່ຄວນທີ່ຈະນິ່ງຈົນເກີນໄປຈົນກາຍເປັນວ່າ ຫຍິ່ງ ຢ່າງນ້ອຍເວລາເຂົາເຂົ້າມາທັກທາຍກໍ່ຍິ້ມຕອບພ້ອມ

ກັບຊວນລົມແດ່ຫນ້ອຍຫນຶ່ງ ເທົ່ານີ້ກໍ່ເບິ່ງດີມີສະເຫນ່ໃນແບບຜູ້ຍິງນິ່ງໆ ໄດ້ແລ້ວຈ່ະ

6. ບໍ່ຈູ້ຈີ້ຈຸກຈິກຈົນເກີນໄປ

ອີກຫນຶ່ງເທັກນິກ ໃນການວາງຕົວໃຫ້ເບິ່ງດີມີສະເຫນ່ຂອງເຮົາກໍ່ຄືການບໍ່ພະຍາຍາມ ເຂົ້າໄປຈູ້ຈີ້ຈຸກຈິກກັບຊີວິດຂອງເຂົາຈ່ະ

ເພາະເຂົາຈະໄດ້ບໍ່ຮູ້ສຶກລຳຄານເຮົາ ແລະ ກໍ່ເປັນການຮັກສາ ຄວາມສຳພັນໃຫ້ດີອີກວິທີຫນຶ່ງອີກດ້ວຍ

Author: PP

Leave a Reply

Your email address will not be published. Required fields are marked *