ພົບຜູ້ຕິດເຊື້ອໂຄວິດ-19 ເພິ່ມ1 ຄົນ ກໍລະນີ 54 ທີ່ເມືອງ ຄົງເຊໂດນ ແຂວງ ສາລະວັນ

ຄະນະສະເພາະກິດ ແຂວງ ສາລະວັນຂໍຖືເປັນກຽດຢ່າງສູງ ຮຽນລາຍງານມາຍັງທ່ານຊາບດັ່ງນີ້: ຊື່:ທ້າວ ນຽມ ອາຍຸ 32 ປີ ບ້ານນາເຕີຍເມືອງຄົງເຊໂດນ ແຂວງສາລະວັນຜູ້ກ່ຽວເດີນທາງມາຈາກປະເທດໄທດ້ວຍລົດທົວ ມາຮອດປາກແຊງເວລາ 20 ໂມງ ວັນທີ 11/4/2021 ຂ້າມເຮືອມາພັກຢູ່ເຮືອນເຈົ້າຂອງເຮືອ (ບໍ່ຮູ້ຊື່) ມານຳກັນ 2 ຄົນ

ເປັນເພດຍິງ ຄົນສະຫັວນນະເຂດ ແຖວຫຼັກ 35 ປະມານ 3 ໂມງໄກ້ແຈ້ງ ຫຼັງຈາກນັ້ນໄດ້ຂີ່ລົດຮຸນໄດ ມາຮອດເມືອງຄົງເຊໂດນ ປະມານ 4 ໂມງ 20 ນາທີ ແລ້ວລົງຢູ່ຕະຫຼາດຄິວລົດເມືອງຄົງເຊໂດນ ແລ້ວເມຍກັບລູກເອົາລົດຈັກມາຮັບກັບບ້ານ ນາເຕີຍ ບໍ່ໄດ້ແວ່ໃສ ຫຼັງຈາກຮອດເຮືອນແລ້ວໄດ້ໄປຫຼິ້ນເຮືອນ ທ້າວ ໜອມ ອາຍຸປະມານ 35

ປີ ຫ່າງຈາກເຮືອນຜູ້ກ່ຽວປະມານ 20 ແມັດ ແລ້ວມາເຮືອນ ມື້ຕໍ່ມາວັນທີ 13/4/2021 ໄດ້ໄປຕະຫຼາດເມືອງຄົງເຊໂດນ ກັບເມຍ ຫຼັງຈາກນັ້ນນາຍບ້ານໂທນຳກັບເມືອ ແລ້ວແວ່ຊື້ເຝີ ມ່າເພ້ຽ ຢູ່ບ້ານບົວລະພາ ເມຍ້ປັນຜູ້ໄປຊທ້ ຫຼັງຈາກນັ້ນ 10 ໂມງ ແພດໄປຮັບເຂົ້າຈຸດຈຳກັດບໍລິເວນຂອງເມືອງຄົງເຊໂດນ ພ້ອມທັງເກັບຕົວຢ່າງຢູ່ຈຸດຈຳກັດບໍລິເວນ ບ້ານໂຄກສະຫວາດ

ຜູ້ສຳຜັດໄກ້ຊິດຄອບຄົວ 4 ຄົນ ພໍ່ເຖົ້າ ເມຍ ລູກ 2 ຄົນ , ຮ້ານຂາຍເຝີ , ຕະຫຼາດເມືອງຄົງ , ແຮງງານຢູ່ຈຸດຈຳກັດບໍລິເວນໂຄກສະຫວາດ 23 ຄົນ ຍິງ 18 ຄົນ , ໝູ່ເຮືອນໄກ້ ທ້າວໜອມ

Author: PP

Leave a Reply

Your email address will not be published. Required fields are marked *