
ໃນຍຸກນີ້ຜູ້ຍີງສ່ວນຫລາຍມັກເຈີບັນຫາພະຍາດລົງຂາວ ເຮັດໃຫ້ທໍລະມານຕົວເອງ (ຂຶ້ນກັນຮ້າຍແຮງຫລືບໍ່ຮ້າຍແຮງ) ແລະ ພະຍາດລົງຂາວນີ້ກໍ່ເຮັດໃຫ້ມີກິ່ນເຫມັນ ຄັນ.
ບາງຄັ້ງຄັນແຮງເຮັດໃຫ້ເຮົາບໍ່ຮູ້ຊິຢູ່. ສ່ວນໂລກຫນອງໃນນີ້ບາງຄົນກໍ່ເວັ້ນບໍ່ໄດ້ ແຕ່ເຖິງເວລາຈຳເປັນແລ້ວ ກໍ່ລອງໃຊ້ສູດນີ້ລອງເບີ່ງ.
ໃນສູດນີ້ໃຫ້ທ່ານໄປຫາກົກຫມາກນັດຫນາມ ພັນພື້ນບາ້ນເພາະມັນເປັນຢາດີລົງຂາວຄັນ ແລະ ໂລກຫນອງໃນ.
ວິທີໃຊ້ : ແມ່ນໃຫ້ເອົາຫນໍ່ໝາກນັດໜາມນອ້ຍ 1 ຫນໍ່ ແລະ ຮາກຫຍ້າຄາ 1 ກຳມື. ໃສ່ນ້ຳຫນື່ງລີດຕົ້ມຟົດ 15 ນາທີແລ້ວປົງປະໃວ້ໃຫ້ອຸ່ນໆແລ້ວຕອງກິນຕາງນ້ຳເລີຍ ຕົ້ມກິນຕໍ່ເນື່ອງປະມານສອງສາມວັນຈະຮູ້ວ່າອາການດີຂຶ້ນ ແຕ່ຫາ້ມຄົນອື່ນກີນນຳ. ຂະລຳເຄື່ອງດອງ,ໄກ່, ເຫລົ້າ, ເບຍ, ຫອຍ, ຫົວສີໃຄ
ນອກນັ້ນຫມາກນັດທົ່ວໄປຍັງມີຄຸນປະໂຫຍດອີກຫຼາກຫຼາຍຄື:
1. ຊ່ວຍຫຼຸດຜ່ອນຄວາມສ່ຽງຂອງມະເລັງ.
2. ມັນສາມາດຊ່ວຍບັນເທົາແລະຮັກສາອາການຫວັດ.
3. ຊ່ວຍໃຫ້ເລືອດໄຫລວຽນໄດ້ດີຂື້ນ.
4. ຊ່ວຍເສີມສ້າງສຸຂະພາບທາງປາກໃຫ້ແຂງແຮງ ປ້ອງກັນໂຣກເຫງືອກ
5 ຊ່ວຍບັນເທົາອາການຮ້ອນ ກະວົນກະວາຍ, ຫິວ
6 ຊ່ວຍບັນເທົາອາການທ້ອງຜູກ ຂັບຖ່າຍບໍ່ສະດວກ
7. ຊ່ວຍໃນການຍ່ອຍອາຫານຂອງທາດໂປຣຕີນ
8. ມັນສາມາດຊ່ວຍຫຼຸດເສມຫະໃນລຳຄໍໄດ້.
9. ຊ່ວຍໃນການຂັບປັດສະວະ ຫລື ຍ່ຽວບໍ່ອອກ
10. ຊ່ວຍຮັກສາໂລກຫນີ້ວ
11. ຊ່ວຍຮັກສາໂຣກ ໄຕອັດເສບ
12. ຊ່ວຍຮັກສາໂລກຄວາມດັນເລືອດສູງຫລືໂລຫີດສູງ.
13. ຊ່ວຍຮັກສາໂລກປອດອັກເສບ
14. ຊ່ວຍບັນເທົາອາການຂອງພະຍາດທ້ອງບິດ
15. ເຊື່ອກັນວ່າຈະຊ່ວຍຮັກສາແລະບັນເທົາອາການຂອງໂຣກນິ້ວລ໊ອກ(Trigger finger).
16. ຊ່ວຍປິ່ນປົວໂຣກການບວມນ້ຳ
17. ຊ່ວຍຮັກສາອາການແຜ່ເປັນຫນອງ
18. ຊ່ວຍແກ້ບັນຫາສົ້ນຕີນແຕກ
19. ຫຼຸດຜ່ອນການອັກເສບຈາກບາດແຜ
20. ເປັນຢາຮັກສາໂລກຜິວຫນັງ
21. ໃບສົດສາມາດໃຊ້ເປັນຢາຖ່າຍຫລືຂ້າພະຍາດໄດ້.
22. ຫມາກດິບສາມາດນຳໃຊ້ເພື່ອຢຸດເລືອດຫລືຫ້າມເລືອດໄດ້.
23. ໝາກນັດດິບຊ່ວຍຂັບປະຈຳເດືອນ.
25. ຮາກໝາກນັດສາມາດ ນຳມາໃຊ້ເປັນຢາແກລະງັບບຳລຸງໄຕໄດ້
25. ຫນາມໝາກນັດສາມາດຊ່ວຍແກ້ຜິດຝີຕ່າງໆໄດ້.
26. ຊ່ວຍໃນການເສີມສ້າງພູມຕ້ານທານໃນຮ່າງກາຍໃຫ້ແຂງແຮງ.
ຮູ້ແບບນີ້ແລ້ວຄວນຫາມາກິນ