
ເຫດໄຟໄໝ້ເຮືອນ. ວັນທີ 16.04.2021 ເວລາ08:56 ນາທີ. ຫນ່ວຍກູ້ໄພມູນນິທິຈີນນະຄອນຫຼວງວຽງຈັນ ໄດ້ຮັບແຈ້ງເຫດເຂົ້າເບີໂທສຸກເສີນ 1628 ວ່າມີເຫດໄຟໄໝ້ເຮືອນ
ຈຸດເກິດເຫດແມ່ນ : ເຂດບ້ານສົມສະຫງ່າ, ເມືອງ ໄຊເສດຖາ, ນະຄອນຫລວງວຽງຈັນ
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ຈຶ່ງໄດ້ອອກກວດສອບເຫດພ້ອມອາສາສະໝັກໃນຈຸດເກີດເຫດ ພົບເຫັນເປັນໄຟໃໜ້ເຮືອນໝື່ງຫລັງ
ພົບຜູ້ເສຍຊິວິດ 1 ຄົນ ເປັນເພດຊາຍ
ສ່ວນສາເຫດແມ່ນເຈົ້າໜ້າທີກຳລັງສືບສວນສອບສວນສາເຫດຢູ່
ດັ່ງນັ້ນໜ່ວຍກູ້ໄພມູນນິທິຈີນ 1628 ໄດ້ເຮັດການຊ່ວຍເຫຼືອດັບໄຟຕ້ານອັກຄີໄພເພື່ອບໍ່ໃຫ້ລຸກລາມ
ຈາກນັ້ນພວກເຮົາໜ່ວຍກູ້ໄພມູນນິທິຈີນ1628 ຂໍຝາກເຕືອນໃຫ້ພໍ່ແມ່ປະຊາຊົນໃຫ້ມີສະຕິລະມັດລະວັງປິດໄຟກ່ອນອອກຈາກບ້ານດັບທຸບທຽນ ແລະ ອຸປະກອນໄຟຟ້າທຸກສະນິດເພື່ອບໍ່ໃຫ້ເກິດອັກຄີໄພ
ແຈ້ງເຫດສຸກເສີນໂທ1628
(ຄຣິບ 1 ):
(ຄຣິບ 2 ):