
ຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ ເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ແຈ້ງການດ່ວນ ເຖີງປະຊາຊົນໃນ 84 ບ້ານ ທົ່ວເມືອງຄົງເຊໂດນ, ເລື່ອງໃຫ້ປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ແກ້ໄຂການລະບາດຂອງພະຍາດ ໂຄວິດ-19.
ເນື່ອງຈາກເມືອງຄົງເຊໂດນ ແຂວງ ສາລະວັນ ໄດ້ກວດພົບຜູ້ຕິດເຊື້ອ 1 ກໍລະນີ ເປັນ ກໍລະນີທີ 54 ຂອງ ສປປ ລາວ ສະນັ້ນ, ຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ ຈຶ່ງອອກແຈ້ງການເຖິງບັນດາທ່ານຮັບຊາບດັ່ງນີ້:

1. ໃຫ້ອໍານາດການປົກຄອງ ບ້ານ ນາເຕີຍ, ບ້ານ ນາເມັກ, ບ້ານ ສະເທີ້ມ, ບ້ານ ປົ່ງ, ບ້ານ ປັດຊຸມ, ບ້ານ ນາໂຄກ, ບ້ານ ຫນອງແສງລາວ, ບ້ານ ຄຳໄຮ, ບ້ານ ຂຸມຄຳ, ບ້ານ ເລົ່າມີໄຊ, ບ້ານ ໂນນ, ບ້ານ ໝື່ນປູ່, ບ້ານ ນາຕານດົງ, ບ້ານ ຕະຫຼາງ, ບ້ານ ນາຫວດ ທີ່ຂື້ນກັບເມືອງຄົງເຊໂດນ ປິດຊົ່ວຄາວການສັນຈອນເຂົ້າ-ອອກບ້ານຂອງຕົນນັບແຕ່ວັນທີ 16 ເມສາ 2021 ເພື່ອລໍຖ້າຜົນກວດຊອກຫາເຊື້ອພະບາດໂຄວິດ-19 ຂອງເປົ້າໝາຍທີ່ສໍາຜັດກັບຜູ້ຕິດເຊື້ອຄົນທີ່ 54 ຂອງ ສປປ ລາວ
2. ຫ້າມບໍ່ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານດັ່ງກ່າວໄປມາຫາສູ່ກັບບຸກຄົນພາຍນອກ ແລະ ຫ້າມບໍ່ໃຫ້ບຸກຄົນ, ພໍ່ແມ່ປະຊາຊົນບ້ານອື່ນເດີນທາງເຂົ້າໄປໃນບ້ານດັ່ງກ່າວນັ້ນ (ຍົກເວັ້ນໄປທຳການຜະລິດ, ຊອກຢູ່ຫາກິນ, ແຕ່ໃຫ້ຢູ່ໃນຂອບເຂດບ້ານຂອງຕົນ ແລະ ຫຼີກລ້ຽງການພົບປະກັບບຸກຄົນອຶ່ນ)
3, ເພື່ອປະຕິບັດຕາມມາດຕະການຕ້ານ, ສະກັດກັ້ນ, ຄວບຄຸມ ແລະແກ້ໄຂ ການລະບາດຂອງພະຍາດໂດວິດ-19 ໃຫ້ປິດການສັນຈອນໄປມາດັ່ງນີ້:
ສໍາລັບບ້ານຄໍາຕື້, ບ້ານຄັນທຸງໄຊ ໃຫ້ປິດການສັນຈອນໄປມານັບແຕ່ເວລາ 6:00 ໂມງແລງ ຫາ 6:00 ໂມງເຊົ້າ ຍົກເວັ້ນແຕ່ກໍລະນີຈໍາເປັນສຸກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອໍານາດການປົກຄອງບ້ານ ອອກໃບຢັ້ງຢືນອະນຸຍາດເສຍກ່ອນ.
ສຳລັບບ້ານອື່ນໆ ທີ່ຂື້ນກັບເມືອງຄົງເຊໂດນ ໃຫ້ປິດການສັນຈອນນັບແຕ່ເວລາ 9:00 ໂມງແລງ ຍົກເວັ້ນແຕ່ກໍລະນີຈຳເປັນ, ສູກເສີນ ແຕ່ຕ້ອງໄດ້ແຈ້ງຕໍ່ອຳນາດການປົກຄອງບ້ານ ອອກໃບຢັ້ງຢືນອະນຸຍາດເສຍກ່ອນ. ມອບໃຫ້ກໍາລັງປກຊ-ປກສ ແລະ ອໍານາດການປົກຄອງບ້ານ ນຳພາທ້ອນໂຮມເຮືອໃນ 2 ບ້ານຄື: ບ້ານ ຄໍາຕື້ ແລະ ບ້ານ ຄັນທຸງໄຊ ໃຫ້ຮັກສາໄວ້ບ່ອນປອດໄພ ພ້ອມທັງເວນຍາມຕະຫຼອດ 24 ຊົ່ວໂມງ.

4. ຖ້າຫາກສົ່ງໃສວ່າຕົນເອງໄດ້ສຳຜັດກັບບຸກຄົນທີ່ມີຄວາມສ່ຽງຕິດເຊື້ອໂຄວິດ-19 ແມ່ນໃຫ້ຈຳກັດບໍລິເວັນຕົນເອງຢູ່ພາຍໃນຄອບຄົວ ແລະ ຖ້າມີອາການໄຂ້, ໄອ, ນ້ຳມູກຍ້ອຍ, ຕາແດງ, ເປັນຜື່ນ, ກິນອາຫານບໍ່ຮູ້ລົດຊາດໃຫ້ແຈ້ງຄະນະສະເພາະກິດຂັ້ນເມືອງ ແລະ ໄປສະຖານທີ່ບໍລິການຂອງລັດ ເຊັ່ນ: ໂຮງໝໍນ້ອຍ, ໂຮງໝໍຊູມຊົນໂດຍດ່ວນ.
5. ປິດການຮຽນ-ການສອນຊົ່ວຄາວ ໂຮງຮຽນທີ່ຕັ້ງຢູ່ໃນເຂດທີ່ມີບຸກຄົນສໍາຜັດກັບຜູ້ຕິດເຊື້ອກໍລະນີທີ 54 ເຊັ່ນ: ໂຮງຮຽນມັດທະຍົມສົມບູນເລົ່າມີໄຊ, ໂຮງຮຽນມັດທະຍົມຕອນຕົ້ນນາເມັກ, ໂຮງຮຽນມັດທະຍົມຕອນຕົ້ນນາຕານດົງ, ໂຮງຮຽນປະຖົມບົວລະພາ ແລະ ໂຮງຮຽນປະຖົມແຕ່ລະແຫ່ງທີ່ຖືກປິດບ້ານ
6. ໃຫ້ອໍານາດການປົກຄອງບ້ານຕິດຕາມກວດກາ ຄົນເຂົ້າ-ອອກ ພາຍໃນບ້ານ ທີ່ເດີນທາງມາຈາກເຂດທີ່ມີການລະບາດຂອງພະຍາດໂຄວິດ-19 ທັງພາຍໃນ ແລະ ຕ່າງປະເທດ ຖ້າພົບເຫັນວ່າບຸກຄົນໃດລັກລອບເຂົ້າມາໂດຍບໍ່ໄດ້ຮັບອະນຸຍາດແມ່ນຈະໄດ້ປັບໃໝ່ຕາມລະບຽບຫຼັກການ.
7. ໃຫ້ຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນປະຈຳການ ແລະ ສາມາດປະສານໄດ້ຕະຫຼອດ 24 ຊົ່ວໂມງ.
8. ມອບໃຫ້ຄະນະສະເພາະກິດໂຄວິດ-19 ຂັ້ນເມືອງ ປະສານສົມທົບກັບບັນດາຜູ້ຊີ້ນຳບ້ານຈຸດສຸມ, ຊີ້ນໍາບ້ານຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ
ແນວໃດກໍ່ຕາມ, ຄະນະສະເພາະກິດຂັ້ນສູນກາງ ຍັງໄດ້ຮຽກຮ້ອງໃຫ້ປພໍ່ແມ່ປະຊາຊົນລາວ ທົ່ວປະເທດ ຈົ່ງເປັນຫູເປັນຕາຊ່ວຍກັນ ໃນການສະກັດກັ້ນການລັກລອບເຂົ້າປະເທດແບບຜິດກົດໝາຍ ແລະ ສຳລັບຄອບຄົວໃດ ທີ່ມີລູກຫຼານໄດ້ລັກລອບເຂົ້າມາ ແມ່ນໃຫ້ແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ ເພື່ອນຳຕົວຜູ້ກ່ຽວໄປກວດຫາເຊື້ອ ແລະ ຈຳກັດບໍລິເວນຕາມຂັ້ນຕອນ