ເພື່ອຕ້ານ ແລະ ປ້ອງກັນພະຍາດໂຄວິດ-19 ເມືອງບໍລິຄັນ ໂຈະການຮຽນ-ການສອນ ນັບແຕ່ວັນທີ່19 ເມສາ – 2 ພຶດສະພາ

ອີງຕາມ ທິດຊີ້ນໍາຂອງກອງປະຊຸມວິສາມັນຂອງຄະນະປະຈໍາພັກເມືອງຄັ້ງວັນທີ 19 ເມສາ 2021 ກ່ຽວກັບມາດຕະການປ້ອງກັນຕ້ານພະຍາດ covid-19 ໃນໄລຍະມີຜູ້ຕິດເຊື້້ອຢູ່ພາຍໃນເມືອງ,​ ຈື່ງແຈ້ງໃຫ້ພະນັກງານຫ້ອງວ່າການຮັບຊາບເນື່ອໃນຕົ້ນຕໍຄື:

1). ໃຫ້ພັກສະເພາະແຕ່ການຮຽນ-ການສອນຂອງບັນດາໂຮງຮຽນພາຍໃນເມືອງບໍລິຄັນແມ່ນເຫັນດີໃຫ້ໂຈະ ນັບແຕ່ວັນທີ 19 ເມສາ – 2 ພຶດສະພາ 2021 ເປັນເວລາ 14 ວັນ;

2). ບັນດາຫ້ອງການ, ອົງການທຽບເທົ່າຂັ້ນເມືອງ, ກອງບັນຊາການ ປກສ-ປກຊ ເມືອງ, ກອງພັນໃຫຍ່ ຈ.642, ບໍລິສັດ, ລັດວິສາຫະ
ກິດ, ບັນດາສໍານັກງານ ແລະ ສະຖານທີ່ຊຸມ
ຊົນທີ່ບໍ່ມີຄວາມຮັບປະກັນຄວາມປອດໄພ ແມ່ນໃຫ້ເຂັ້ມງວດມາດຕະການປ້ອງກັນ ໃນການແຕ່ງຕັ້ງພະນັກງານໃນຄວາມຮັບຜິດ
ຊອບປະຈໍາການ ໂດຍຮັກສາໄລຍະຫ່າງພ້ອມທັງໃສ່ມັດ, ມີນໍ້າຢາລ້າງມື ແລະ ມາດຕະການອື່ນໆ ເພື່ອປະຕິບັດມາດຕະການໃຫ້ຮັບປະກັນຄວາມປອດໄພນັບແຕ່ວັນທີ

19 ເມສາ – 2 ພຶດສະພາ 2021 ເປັນເວລາ 14 ວັນ;
ສະນັ້ນຈື່ງໃຫ້ໜ່ວຍງານແຕ່ງຕັ້ງສັບປ່ຽນກັນສະເພາະຫ້ອງທີ່ຢູ່ລວມກັນຄື: ຫ້ອງຄົ້ນຄວ້າສັງລວມ, ຫ້ອງບໍລິຫານ ແລະ ຫ້ອງຮາກຖານ, ພ້ອມນັ້ນຜູ້ບໍ່ໄດ້ມາປະຈໍາການຕ້ອງເຂົ້າໃຈວ່າປະຈໍາການຢູ່ເຮືອນ ເພື່ອຮັກສາໄລຍະຫ່າງບໍ່ໃຫ້ພົວພັກໃກ້ສິດກັນ ແຕ່ວຽກໃນຄວາມຮັບຜິດຊອບບໍ່ໃຫ້ຢຸດນິ້ງ.

Author: PP

Leave a Reply

Your email address will not be published. Required fields are marked *