
ສປປ ລາວ ກວດພົບຜູ້ຕິດເຊື້ອໂຄວິດໃຫມ່ ວັນທີ່ 21/04/2021 ຈໍານວນ 28 ຄົນ, ເປັນສະຖິຕິສູງສຸດ ຕັ້ງແຕ່ເຄີຍມີການລະບາດມາ ແຕ່ປີ 2020. ນະຄອນຫຼວງວຽງຈັນກວດພົບຜູ້ຕິດເຊື້ອໃຫມ່ ໃນຮອບ 24 ຊົວໂມງ ແມ່ນ +26 ຄົນ ແລະ ຈໍາປາສັກ +2 ຄົນ.
ຮອດວັນນີ້ 21 ເມສາ 2021 ຢູ່ ສປປ ລາວ ກວດພົບຜູ້ຕິດເຊື້ອພະຍາດໂຄວິດ-19 ສະສົມ ລວມເປັນ 88 ກໍລະນີ.
ຍັງປິ່ນປົວຕົວຈິງຢູ່ໂຮງໝໍ 39 ກໍລະນີ, (ຢູ່ນະຄອນຫຼວງວຽງຈັນ 31, ຈຳປາສັກ 3, ສາລະວັນ 1, ສະຫວັນນະເຂດ 2, ຄຳມ່ວນ 1 ແລະ ບໍລິຄຳໄຊ 1).
ລາຍລະອຽດ ຈະແຈ້ງໃຫ້ຊາບຕື່ມ ຕາມຫລັງ.
ຈົ່ງລະມັດລະວັງ
(ຄຣິບ):