
ດ່ວນ. ນາຍົກລັດຖະມົນຕີມີຄຳສັ່ງຈຳກັດການເຂົ້າ-ອອກນະຄອນຫຼວງວຽງຈັນ ມີຜົນ 6:00 ໂມງຂອງວັນທີ 22 ເມສາ ຫາ 24:00 ໂມງຂອງວັນທີ 5 ພຶດສະພາ 2021 ນີ້.
ຄະນະສະເພາະກິດໄດ້ຖະແຫຼງຂ່າວກ່ຽວກັບຄຳສັ່ງດັ່ງກ່າວ ເຊິ່ງໃນນັ້ນໄດ້ລະບຸລາຍລະອຽດກ່ຽວກັບການຈຳກັດການເຂົ້າອອກນະຄອນຫຼວງວຽງຈັນ ດັ່ງນີ້:
– ຫ້າມຄົນຢູ່ນະຄອນຫຼວງວຽງຈັນເດີນທາງອອກຈາກນະຄອນຫຼວງວຽງຈັນ
– ຫ້າມຄົນທີ່ຢູ່ຕ່າງແຂວງເດີນທາງເຂົ້ານະຄອນຫຼວງວຽງຈັນ
– ຍົກເວັ້ນຜູ້ມີພູມລຳເນົາ ແລະ ເຮັດວຽກຢູ່ນະຄອນຫຼວງວຽງຈັນ, ຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດນະຄອນຫຼວງວຽງຈັນ ຫຼື ຄະນະສະເພາະກິດຂັ້ນສູນກາງ ແລະ ການຂົນສົ່ງສິນຄ້າ.
– ໂຈະການຂົນສົ່ງໂດຍສານເຂົ້າ-ອອກນະຄອນຫຼວງວຽງຈັນ.
– ມີການຕັ້ງດ່ານຂອງເຈົ້າໜ້າທີ່ຕຳຫຼວດໃນແຕ່ລະຈຸດເພື່ອກວດກາຢ່າງເຂັ້ມງວດ.
– ຫ້າມປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານຕຳຫຼວດ, ນັກຮຽນ, ນັກສຶກສາ, ຜູ້ປະກອບການ, ນັກບວດ, ຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຊາວຕ່າງປະເທດ ທີ່ຢູ່ນະຄອນຫຼວງວຽງຈັນ ອອກຈາກເຮືອນ ຫຼື ທີ່ພັກອາໄສຂອງຕົນ ຍົກເວັ້ນກໍລະນີທີ່ຈຳເປັນ ເຊັ່ນ: ໄປຊື້ເຄື່ອງອຸປະໂພກ-ບໍລິໂພກ, ໄປໂຮງໝໍ, ໄປປະຕິບັດໜ້າທີ່ໃນກິດຈະການທີ່ກຳນົດໄວ້ ແລະ ໄປປະຕິບັດໜ້າທີ່ຕາມການມອບໝາຍຂອງການຈັດຕັ້ງ.
– ຜູ້ທີ່ຈຳເປັນຕ້ອງໄປທຳການຜະລິດກະສິກຳ ເພື່ອເປັນສະບຽງອາຫານ ກໍສາມາດໄປໄດ້ ແຕ່ມອບໃຫ້ອົງການປົກຄອງບ້ານເປັນຜູ້ກວດກາ ແລະ ຄຸ້ມຄອງດ້ານຈຳນວນຢ່າງຮັດກຸມ ເພື່ອບໍ່ໃຫ້ມີຄວາມສ່ຽງ ແລະ ການລະບາດຂອງພະຍາດ.
– ຫ້າມສວຍໂອກາດກັກຕຸນ ແລະ ຂຶ້ນລາຄາສິນຄ້າອຸປະໂພກ-ບໍລິໂພກ, ຜ້າປິດປາກ-ດັງ, ນໍ້າຢາລ້າງມື, ຢາປົວພະຍາດ, ອຸປະກອນການແພດ, ເຂົ້າ, ອາຫານ, ນໍ້າດື່ມ ແລະ ອື່ນໆ ທີ່ຈຳເປັນຕໍ່ການດຳລົງຊີວິດປະຈຳວັນ.