
ແຈ້ງຂ່າວເຖິງພໍ່ແມ່ພີ່ນ້ອງທີ່ຕ້ອງການເດີນທາງໄປມາຫາສູ່ກັນໂດຍສະເພາະພີ່ນ້ອງທາງພາກໃຕ້,ພາຍຫຼັງທີ່ຄະນະສະເພາະກິດມີການຖະແຫຼງຂ່າວ
ກ່ຽວກັບຜູ້ຕິດເຊື້ອໂຄວິດ-19 ເພີ່ມຂື້ນມື້ດຽວເຖິງ 28 ຄົນ
ຕໍ່ກັບສະພາບດັ່ງກ່າວ ລັດຖະບານກໍ່ໄດ້ອອກຫຼາຍມາດຕະການ ແລະ ຕໍ່ສູ້ກັບພະຍາດດັ່ງກ່າວ
ທັ້ງນີ້, ທຸກພາກສ່ວນໃນສັງຄົມກໍ່ຕ້ອງອອກມາມີສ່ວນຮ່ວມນຳກັນ ກ່ຽວກັບມາດຕະການປ້ອງກັນ ຄວບຄຸມ ແລະ ແກ້ໄຂບັນຫາການລະບາດ
ຂອງພະຍາດໂຄວິດ-19 ເຊີ່ງໃນນັ້ນລວມໄປເຖີງສະຖານີຂົນສົ່ງສາຍໃຕ້
ໂດຍ ໃນວັນທີ່ 21ເມສາ2021 ສະຖານີຂົນສົ່ງໂດຍສານສາຍໃຕ້ໄດ້ອອກມາໂພສແຈ້ງຂ່າວຜ່ານທາງເພສຂອງຄີວລົດດັ່ງກ່າວວ່າ: ອີງຕາມແຈ້ງການ(ດ່ວນທີ່ສຸດ) ຂອງນາຍົກລັດຖະມົນຕີ ສະບັບເລກທີ່15/ນຍ ລົງວັນທີ່ 21/4/2021 ,ສະຖານີ້ຈະໄດ້ປ່ອຍລົດມື້ນີ້ເປັນມື້ສຸດທ້າຍ
ຈົນຮອດເວລາ 21:00 ໂມງແລ້ວຈະປິດບໍລິການຊົ່ວຄາວ,ຖ້າມີຫຍັງປ່ຽນແປງຈະແຈ້ງໃຫ້ທ່ານຊາບຕາມພາຍຫຼັງ