ນະຄອນຫລວງວຽງຈັນ ແຈ້ງໃຫ້ຂຶ້ນບັນຊີເຮືອທຸກລຳ ຢູ່ບັນດາບ້ານລຽບຕາມຊາຍແດນ ພ້ອມເອົາຂຶ້ນຝັ່ງຖ້າໃຜຟ່າຝືນໃຫ້ຢືດເຮືອພ້ອມເຈົ້າຂອງດຳເນີນຄະດີ

ປັດຈຸບັນການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ປະເທດເຮົາ ນອກຈາກແຮງງານທີ່ຂໍກັບບ້ານຕາມລະບຽບການແລ້ວ ຍັງແມ່ນມາຈາກ ຜູ້ທີ່ລັກລອບໂດຍບໍ່ຜ່ານການກວດກາກັກຕົວຕາມມາດຕະການປ້ອງກັນພະຍາດໂຄວິດ-19, ເຊິ່ງການລັກລອບເຂົ້າມາຂອງຄົນກຸ່ມດັ່ງກ່າວ ແມ່ນເພີ່ມຄວາມສ່ຽງໃຫ້ແກ່ປະຊາຊົນພາຍໃນປະເທດຫລາຍທີ່ສຸດ ແຕ່ສ່ວນໜຶ່ງແມ່ນຍ້ອນມີຜູ້ເດີນເຮືອເປັນຄົນຮັບສົ່ງ. ດັ່ງນັ້ນ, ເພື່ອປ້ອງກັນບັນຫາການລອບລັກເຂົ້າເມືອງຢ່າງຂາດຕົວ ຄະນະສະເພາະກິດ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການໃຫ້ນາຍບ້ານທຸກບ້ານ ຕາມເມຶືອງຕ່າງໆ ທີ່ມີຊາຍແດນຕິດກັບປະເທດໃກ້ຄຽງ ຂຶ້ນບັນຊີເຮືອທຸກລຳ ພ້ອມໃຫ້ເອົາຂຶ້ນຝັ່ງໃສ່ກະແຈໄວ້ບໍ່ໃຫ້ເຄື່ອນໄຫວເດີນເຮືອຈົນກວ່າຈະມີການຜ່ອນຜັນຈາກຄະນະສະເພາະກິດ.

ໂດຍອີງໃສ່ແຈ້ງການຂອງຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດອັກເສບປອດສາຍພັນໃໝ່ ໂຄວິດ-19 ເລກທີ 005/ສພກ.ນວ ວັນທີ 20 ເມສາ 2021 ແມ່ນໃຫ້ທຸກພາກສ່ວນ ເພີ່ມທະວີການຕິດຕາມ, ກວດກາຜູ້ລັກລອບເຂົ້າເມືອງແບບຜິດກົດໝາຍ ຕາມຊາຍແດນແມ່ນໍ້າຂອງເພື່ອປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ເນື່ອງຈາກມີກໍລະນີຜູ້ຕິດເຊື້ອເປັນແຮງງານລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ຈໍານວນຫລາຍ, ລັກລອບ ຂີ່ເຮືອເຂົ້າມານະຄອນຫລວງວຽງຈັນ. ດັ່ງນັ້ນ, ເພື່ອຢຸດຕິບໍ່ໃຫ້ນໍາໃຊ້ເຮືອ ຮັບ-ສົ່ງຄົນເຂົ້າເມືອງ ແບບບໍ່ຖືກກົດຫມາຍ, ປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດ ຂອງພະ ຍາດ ໂຄວິດ-19 ເຂົ້າສູ່ຊຸມຊົນນະຄອນຫລວງວຽງຈັນ. ຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນນະຄອນຫລວງວຽງຈັນ ຂໍແຈ້ງການມາຍັງບັນດາທ່ານ ແລະ ທຸກພາກສ່ວນກ່ຽວຂ້ອງ, ຕະຫລອດຮອດປະຊາຊົນບັນດາເຜົ່າ ໃນນະຄອນຫລວງວຽງຈັນ ຮັບຊາບ ແລະ ເອົາໃຈໃສ່ຈັດຕັ້ງປະຕິບັດ ດັ່ງນີ້:


1. ສືບຕໍ່ເພີ່ມທະວີຈັດຕັ້ງປະຕິບັດບັນດາມາດຕະການ ຕາມແຈ້ງການຂອງຄະນະສະເພາະກິດ ກ່ຽວກັບການເພີ່ມ ທະວີການປະຕິບັດມາດຕະການເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະ ບາດຂອງພະຍາດ COVID-19 ຢູ່ ນະຄອນຫລວງວຽງຈັນ ສະບັບເລກທີ 003/ສພກ.ນວ, ລົງວັນທີ 13 ເມສາ 2021 ຢ່າງເຂັ້ມງວດ.

2. ໃຫ້ບັນດາ ທ່ານເຈົ້າເມືອງ 5 ເມືອງ ທີ່ມີຊາຍແດນລຽບແມ່ນໍ້າຂອງ (ເມືອງປາກງື່ມ, ຫາດຊາຍຟອງ, ສີສັດຕະນາກ, ສີໂຄດຕະບອງ ແລະ ສັງທອງ) ສົ່ງໜັງສືທາງລັດຖະການ ໄປຍັງນາຍອໍາເພີ ທີ່ມີຊາຍແດນລຽບຕາມແມ່ນໍ້າຂອງເຊິ່ງກັບເມືອງຂອງຕົນ ເພື່ອປະສານງານແລກປ່ຽນຂໍ້ມູນ, ຂໍຄວາມຮ່ວມມື ແລະ ອໍານວຍຊ່ວຍເຫລືອ ຢັບຢັ້ງຄົນລາວ ແລະ ຄົນຕ່າງປະເທດ ບໍ່ໃຫ້ລັກລອບຂີ່ເຮືອຂ້າມແມ່ນໍ້າຂອງ ເຂົ້າມາຍັງນະຄອນຫລວງວຽງຈັນ ແບບບໍ່ຖືກຕ້ອງຕາມກົດໝາຍ, ທັງເປັນການຊ່ວຍເຫລືອກັນ ເພື່ອປ້ອງກັນ ແລະ ສະກັດກັ້ນ ບໍ່ໃຫ້ພະຍາດ coVID-19 ແຜ່ລະບາດສູ່ຊຸມຊົນ ຂອງເມືອງ-ອໍາເພີ ຂອງຕົນ ກໍ່ຄືສອງປະເທດ.


3. ໃຫ້ນາຍບ້ານ ລຽບຕາມຊາຍແດນແຄມແມ່ນໍ້າຂອງ ຂຶ້ນບັນຊີເຮືອ, ສັ່ງໃຫ້ເອົາເຮືອທຸກລໍາຂຶ້ນຝັ່ງ ຫລື ລອກກະແຈໄວ້, ສັ່ງໃຫ້ປະຊາຊົນຢຸດຕິການເດີນເຮືອທຸກລໍາ ພ້ອມທັງຄຸ້ມຄອງ, ກວດກາເຮືອ ແລະ ເຈົ້າຂອງເຮືອຢ່າງເຂັ້ມງວດ, ຍົກເວັ້ນເຮືອເຈົ້າໜ້າທີ່ ປກຊ-ປກສ.
4. ໃຫ້ນາຍບ້ານທົ່ວນະຄອນຫລວງວຽງຈັນ ແຈ້ງໃຫ້ປະຊາຊົນ ທີ່ມີລູກຫລານ, ຍາດຕິພີ່ນ້ອງໄປອອກແຮງງານຢູ່ປະເທດໃກ້ຄຽງ, ຫາກມີຈຸດປະສົງ ຈະເດີນທາງກັບຄືນມານະຄອນຫລວງວຽງຈັນ ແມ່ນໃຫ້ໄປລົງທະບຽນເຂົ້າມາຜ່ານ ທາງດ່ານສາກົນຂົວມິດຕະພາບ ລາວ-ໄທ 1 ແລ້ວນໍາສົ່ງໄປຈໍາກັດບໍລິເວນ ຢູ່ສູນຫລັກ 27 ຫລື ໂຮງແຮມທີ່ຄະນະສະເພາະກິດ ໄດ້ກໍານົດໄວ້; ຫ້າມບໍ່ໃຫ້ບຸກຄົນໃດໄປອອກແຮງງານ ຢູ່ປະເທດທີ່ກໍາລັງມີການລະບາດຂອງພະຍາດ COVID-19 ຈົນກວ່າສະພາບການລະບາດຂອງພະຍາດຈະຫລຸຜ່ອນລົງ ແລະ ມີການຜ່ອນຜັນຂອງຄະນະສະເພາະກິດ.

5. ມອບໃຫ້ກອງບັນຊາການ ປກຊ-ປກສ ນະຄອນຫລວງວຽງຈັນ, ຊີ້ນໍາ-ບັນຊາກໍາລັງຂອງຕົນ, ຂອງເມືອງ, ທະຫານ ຊາຍແດນ ເພີ່ມທະວີການກວດກາລາດຕະເວນ ປ້ອງກັນ ແລະ ສະກັດກັ້ນ ການລັກລອບເຂົ້າ-ອອກເມືອງ ຂອງຄົນລາວ ແລະ ຄົນຕ່າງປະເທດ ຕາມລໍາແມ່ນໍ້າຂອງ, ຖ້າຫາກກວດກາພົບເຫັນຜູ້ລະເມີດຮັບ-ສົ່ງຄົນ ເຂົ້າ-ອອກເມືອງ ແມ່ນໃຫ້ຢຶດເຮືອ, ກັກຕົວເຈົ້າຂອງເຮືອ ແລະ ຜູ້ລັກລອບເຂົ້າເມືອງ ມາດໍາເນີນຄະດີຕາມລະບຽບກົດໝາຍ.


6. ໃຫ້ເຈົ້າໜ້າທີ່ ປກຊ-ປກສ ສົມທົບກັບອົງການປົກຄອງບ້ານ ເອົາໃຈໃສ່ຕິດຕາມບຸກຄົນລັກລອບເຂົ້າ-ອອກເມືອງ, ມາພັກເຊົາຢູ່ເຮືອນບຸກຄົນ, ຫ້ອງແຖວ, ຫໍພັກ, ອາພາດເມັ້ນ, ເຮືອນພັກ, ໂຮງແຮມຢູ່ພາຍໃນບ້ານ, ຖ້າພົບເຫັນໃຫ້ລາຍງານຕໍ່ຄະນະສະເພາະກິດຂັ້ນເມືອງ, ຂັ້ນນະຄອນຫລວງວຽງຈັນ ດ່ວນ, ເພື່ອເອົາຜູ້ກ່ຽວໄປກວດຫາເຊື້ອ ແລະ ສົ່ງເຂົ້າສູນຈໍາກັດບໍລິເວນ.


7. ຖ້າຜູ້ໃດມີເຈດຕະນາ, ປະໝາດເລີ້ນເລີ້ ເປັນຕົ້ນເຫດຂອງການແຜ່ເຊື້ອພະຍາດ COVID-19 ໃສ່ຜູ້ອື່ນ ຫລື ຊຸມຊົນ ຜູ້ນັ້ນຕ້ອງຮັບຜິດຊອບຄ່າໃຊ້ຈ່າຍຕໍ່ຜົນເສຍຫາຍທີ່ເກີດຂຶ້ນທັງໝົດ ແລະ ຈະຖືກດໍາເນີນຄະດີຕາມລະບຽບກົດໝາຍຢ່າງເຂັ້ມງວດ.

Author: PP

Leave a Reply

Your email address will not be published. Required fields are marked *