ເອົາອີກແລ້ວ..!! ສອງສາວລັກລອບຂ້າມມາແຕ່ໄທແບບບໍ່ຖືກຕ້ອງຖືກເຈົ້າໜ້າທີ່ກັກຕົວແລ້ວ

ຢ່າພາກັນລັກຂ້າມ ຂອງມາເດີ ຢຸດກ່ອນ ຢ່າພາກັນລັກລອບມາໃນຍາມນີ້ເດີ.

ລາຍງານຈາກເຈົ້າໜ້າທີ່ໃຫ້ຮູ້ວ່າ ວັນທີ 22 ເມສາ 2021 ສອງສາວ ຂ້າມນ້ຳຂອງມາອີກ 2 ຄົນ ສນ ຕາດທອງ ນຳໂຕ ກຳລັງສົ່ງໄປກັກໂຕ ເພື່ອນຳໄປກວດຫາເຊື້ອ ຕາມຂັ້ນຕອນ

ຫາກທ່ານໃດ ພົບເຫັນຄົນລັກເຂົ້າປະເທດ, ຫຼືທ່ານພົວພັນຜູ່ຕິດເຊື້ອ ໃຫ້ຮິບຟ້າວພົວພັນ ໂຮງໝໍ ທີ່ຢູ່ໃກ້ເຮືອນທ່ານ ຫຼື ໂທ 166 , 165.

ສິ່ງທີ່ ທ່ານແລະ ຄົນໃນຄອບຄົວຕ້ອງປະຕິບັດ ທັນທີ ເພື່ອການປ້ອງກັນ ການຕິດຕໍ່ ຫຼື ແຜ່ເຊື້ອ.

-ໃສ່ຜ້າປິດປາກ
-ໝັ່ນລ້າງມືໃຫ້ສະອາດເປັນປະຈຳດ້ວຍສະບູ ແລະ ນໍ້າຢາຂ້າເຊື້ອ
-ຢູ່ຫ່າງຈາກຄົນອື່ນຢ່າງໜ້ອຍ 2 ແມັດ
-ບໍ່ເດີນທາງໄປບ່ອນສ່ຽງ
-ຢູ່ເຮືອນປອດໄພທີ່ສຸດ
-ຫາກທ່ານບໍ່ສະບາຍໃຫ້ທ່ານໄປກວດນຳແພດໝໍ ຫຼື ໂທ 166,165

(ຄຣິບ):

Author: PP

Leave a Reply

Your email address will not be published. Required fields are marked *