
ເນື່ອງຈາກມີຫຼາຍຂ່າວທາງອອນລາຍທີ່ບິດເບືອນຄວາມຈິງ ແລະ ເປັນຂ່າວໃນທາງລົບທີ່ປັ່ນປ່ວນສັງຄົມ, ໃນນາມຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດ ຂອງ ສປປ ລາວ ໂອກາດຖະແຫຼງຂ່າວໃນວັນທີ 22 ເມສາ 2021
ທ່ານ ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຮຽກຮ້ອງໃຫ້ເພີ່ມທະວີປະຕິບັດຕາມຄໍາສັ່ງ ແລະ ມາດຕະການຂອງທ່ານນາຍົກລັດຖະມົນຕີທີ່ລະບຸໄວ້ໃນບາງເນື້ອວ່າ:

ຫ້າມເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິງ ທີ່ສ້າງຄວາມແຕກຕື່ນ ແລະ ຜົນກະທົບຕໍ່ສັງຄົມ.

ຮຽກຮ້ອງໃຫ້ສັງຄົມໃຫ້ກໍາລັງໃຈຕໍ່ຜູ້ຕິດເຊື້ອ ແລະຜູ້ທີ່ໃກ້ຊິດຕໍ່ກັບຜູ້ທີ່ຕິດເຊື້ອໃໝ່ ຕ້ອງຊັກຊວນກັນມາເຂົ້າກວດເພື່ອ ຈະໄດ້ຮັບການປິ່ນປົວຢ່າງທັນເວລາ ແລະສະເໝີພາບກັນດ້ວຍຄວາມຍຸດຕິທໍາ.
ເພາະສະນັ້ນທຸກສື່ອອນລາຍ,ນັກເສບຂ່າວຕ່າງໆຫ້າມເຜີຍແຜ່ຂໍ້ມູນທີ່ບໍ່ມີຄວາມຈິ່ງເດັດຂາດເພື່ອບໍ່ສ້າງຄວາມແຕກຕື່ນໃຫ້ກັບສັງຄົມ
ໃຫ້ທຸກພາກສ່ວນຕິດຕາມການລາຍງານຈາກຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດ ສ.ປ.ປ.ລາວເທົ່ານັ້ນ