ຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງ ຈະຖືກປັບໃໝສູງສຸດ 10 ລ້ານກີບ

ປັດຈຸບັນ, ມີການລະບາດຂອງພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ນັບມື້ຮຸນແຮງຂຶ້ນ ແລະ ແພ່ລາມໄປຍັງບັນດາປະເທດຕ່າງໆໃນໂລກ. ສຳລັບ ສປປ ລາວ ກໍມີຜູ້ຕິດເຊື້ອສະສົມຫລາຍສິບຄົນແລ້ວ ແຕ່ໂຊກດີທີ່ຍັງບໍ່ມີກໍລະນີເສຍຊີວິດ ເພື່ອຄວາມປອດໄພ ປະຊາຊົນພາຍໃນປະເທດມີຄວາມຕ້ອງການນຳໃຊ້ສິນຄ້າ ປະເພດອຸປະກອນການແພດຫລາຍຂຶ້ນ ເປັນຕົ້ນ ຜ້າອັດປາກ ແຕ່ໃນເວລາດຽວກັນພໍ່ຄ້າຊາວຂາຍຈຳໜຶ່ງກັບສວຍໂອກາດ ຂຶ້ນລາຄາເປັນຫລາຍທົບຈາກປົກກະຕິ.

 

ຍ້ອນຄວາມຕ້ອງການຂອງຜູ້ຊົມໃຊ້ທີ່ສູງຂຶ້ນ ເຮັດໃຫ້ພໍ່ຄ້າ-ແມ່ຄ້າຫົວໃສຈໍານວນໜຶ່ງ ປັບຂຶ້ນລາຄາສິນຄ້າຕາມລຳພັງ ໂດຍສະເພາະຜະລິດຕະພັນທາງການແພດ ເຊັ່ນ: ຜ້າອັດປາກ ເນື່ອງຈາກເປັນສິນຄ້າຂາດຕະຫລາດ ແລະ ຫາຊື້ໄດ້ຍາກ.

 

Author: kao mai

Leave a Reply

Your email address will not be published. Required fields are marked *