ເລື່ອງລາວຊີວິດຂອງອີກໜື່ງຄູ່ຮັກທີ່ຫຼາຍໆຄົນອ່ານແລ້ວຈະຕ້ອງອິດສາ “ຄົບກັນຕອນບໍ່ມີຫຍັງ ສູ້ມານຳກັນຈົນມີມື້ນີ້”

ຈາກຜູ້ໃຊ້ເຟດບຸກ Lamphoun&Mimee ໂພສ ເລື່ອງນີ້ຈາກຊີວິດຈີງ100% ເລີ່ມຄົບກັນຕອນບໍ່ມີຫຍັງ ສູ້ມານຳກັນຈົນມີມື້ນີ້ ຂ້ອຍຊື່ ລຳພູນ ເປັນຄົນແຂວງໄຊຍະບູລີ ສ່ວນແຟນຂ້ອຍ ຊື່ ມິລີນດາ ເປັນຄົນແຂວງຊຽງຂວາງ ເຫັນກັນທາງFB ລົມກັນທາງFB ລົມກັນແລ້ວຮູ້ສືກວ່າເຂົ້າໃຈກັນດີ ມີຫລາຍໆຢ່າງທີ່ມັນຄືກັນ ນິໃສໃຈຄໍຄ້າຍໆກັນ ເຮົາເລີ່ມຄົບກັນເປີດໂຕຢູ່FBແມ່ນ ທີ່5.5.2020


ຂ້ອຍເປັນຜູ້ຊາຍທຳມະດາ ຖານະຢູ່ຫ້ອງແຖວ ເຮັດວຽກຂາຍເຄື່ອງອອນລາຍ ແຟນຂ້ອຍກໍຖານະບໍ່ໄດ້ລ້ຳລວຍຫຍັງ ຮຽນຈົບ ມໍ7 ເຮົາ2ຄົນໄດ້ລົມກັນມາໄລຍະຫນື່ງ ຈົນມາກາງໆເດືອນ8ແຟນຂ້ອຍກໍລົງມາເສັງ ມຊ ຢູ່ວຽງແລ້ວກໍໄດ້ເຫັນກັນເປັນຄັ້ງທຳອິດ

ຫລັງຈາກນັ້ນກໍມີເວລາໄດ້ໄປຫັ້ນໄປຫນີ້ນຳກັນຈົນຮູ້ສືກວ່າຢາກຫມັ້ນຢາກແຕ່ງແລ້ວເຮົາທັງສອງກໍໄດ້ລົມກັນຕົກລົງກັນໂທຫາພໍແມ່ພີ່ນ້ອງ ແລະໄດ້ເດີນທາງໄປຊຽງຂວາງ ເຊິ່ງເປັນບ້ານຂອງແຟນຂ້ອຍແລ້ວຂ້ອຍໄດ້ເອົາແມ່ຕູ້ໄປນຳພໍໄປຮອດເພີ່ນກໍຕອນຮັບເປັນຢ່າງດີແລະທາງແມ່ຕູ້ແລະພໍ່ແມ່ພີ້ນ້ອງຂອງແຟນກໍໄດ້ລົມກັນຕົກລົງກັນໃຫ້ເຮົາສອງຄົນຫມັ້ນກັນ ໃນວັນທີ່16.09.2020


ເຊິ່ງໃນຕອນທີ່ເຮົາຈັດງານຫມັ້ນວ່າສິເຮັດມັດແຂນນ້ອຍເລີຍໃຫ້ເປັນຮີດເປັນຄອງແຕ່ພັດກາງພັນສາເລີຍເຮັດບໍ່ໄດ້ ຫລັງຈາກທີ່ຫມັ້ນແລ້ວເຮົາທັງສອງກໍໄດ້ລົງມາວຽງ ໄດ້ພາແຟນມາຢູ່ຫ້ອງແຖວທີ່ຂ້ອຍເຊົ່າໄວ້ ໃນຕອນນັ້ນບອກເລີຍວ່າເງິນມີແຕ່ຫນ້ອຍດຽວພໍໄດ້ຕັ້ງໂຕ
ຫລັງຈາກນັ້ນເຮົາທັງສອງກໍໄດ້ພາກັນຮີບຫາເງິນພາກັນຂາຍເຄື່ອງອອນລາຍ ຂາຍທຸກຢ່າງ ຊື້ມາແລ້ວກໍຂາຍເອົາກໍໄລ ຈົນພໍມີເງີນຂື້ນມາຫນ້ອຍຫນື່ງ ແລ້ວທາງບ້ານພໍ່ແມ່ພີ່ນ້ອງກໍໄດ້ໂທມາວ່າ ໃຫ້ທັງສອງຮີບແຕ່ງເດີຖ້ານານແຕ່ງສິບໍ່ດີຖ້າຫມັ້ນໄວ້ແລ້ວນານແຕ່ງ

ທາງພໍ່ແມ່ກໍເລີຍໄດ້ຫາເລິກງາມຍາມດີໃຫ້ໄດ້ເປັນ ວັນທີ່ 14/11/2020 ກໍໄດ້ຈັດງານແຕ່ງຂື້ນທີ່ບ້ານແຟນຂ້ອຍຢູ່ຊຽງຂວາງພໍແລ້ວງານບອກໄດ້ຄຳດຽວວ່າໃນສະຫນອງຕອນນັ້ນ ຢາກຫາເງິນຊື້ເຮືອນ ຊື້ດີນ ຢາກມີບ້ານເປັນຂອງເຮົາ ເຮົາສອງຄົນກໍໄດ້ປືກສາກັນລົມກັນ ພາກັນຕັ້ງໃຈຂາຍເຄື່ອງຂາຍທຸກຢ່າງທີ່ໄດ້ເງິນ ຊ່ວຍກັນເກັບຊ່ວງກັາຫາມາ ຍອມຮັບວ່າເມື່ອຍແຕ່ກໍບໍ່ທໍ້ ສອງເຮົາຍີ້ມຈັບມືກັນສູ້ ແລະ ຈົນຜ່ານມາ3-4ເດືອນຫລັງຈາກທີ່ແຕ່ງດອງກັນ ກໍຫາເງິນໄດ້ຈຳນວນຫນື່ງ ເລີຍພາກັນເລາະເບີ່ງດີນກໍບໍ່ຖືກໃຈໄປເບິ່ງກໍບໍ່ໂອເຄ

ມີມື້ຫນື່ງເຫັນຢູ່FBເຂົ້າໄດ້ໂພດຂາຍເຮືອນພ້ອມດີນ ກໍເລີຍໄດ້ພາກັນມາເບິ່ງ ແລະເມຍຂ້ອຍກໍໄດ້ມັກຂ້ອຍກໍມັກເຮືອນນີ້ຄືກັນ ແບບປານເພີ່ນເຮັດໄວ້ໃຫ້ເຮົາຈື່ງຕົກລົງກັນຊື້ເຮືອນ ໃນວັນທີ່10.03.2021 ແລ້ວວັນທີ່16.03.2021 ເຮົາກໍໄດ້ມາເຮັດພິພີຂື້ນເຮືອນໄຫມ່ຢູ່ມາ


ທີ່ເລົ່າມາທັງຫມົດນີ້ຂ້ອຍຢາກໃຫ້ຄົນທີ່ຂາຍອອນລາຍຫລືເຮັດວຽກຫຍັງກໍຕາມທີ່ຕັ້ງໃຈເຮັດວຽກແລະມີເປົ້າຫມາຍບໍ່ຫລີ້ນຈົນເກີນໂຕ ທີ່ສຳຄັນບໍ່ນອກໃຈຄົນທີ່ເຮົາຮັກ ເຊື່ອໃຈກັນ ໄວ້ໃຈກັນ ສູ້ໄປນຳກັນ ສ້າງອະນາຄົດໄປນຳກັນ
ບໍ່ໄດ້ມີມາແຕ່ເກີດຊ່ວຍກັນສ້າງຊ່ວຍກັນຫາຫາກສິຄ່ອຍມີຂື້ນ
ເຊື່ອວ່າຫລາຍໆຄົນເຮັດໄດ້ ຄົນທີ່ລວຍຢູ່ແລ້ວກໍຖືວ່າໂຊກດີໄປ

Author: PP

Leave a Reply

Your email address will not be published. Required fields are marked *