ໃຜທີ່ໃກ້ຊິດກັບກໍລະນີ 96 ແມ່ຄ້າຂາຍເຄື່ອງຢູ່ຕະຫຼາດລາວ-ອົດຊີ ໃຫ້ຈຳກັດບໍລິເວນ ແລະ ໄປກວດຫາເຊື້ອດ່ວນ

ໃນວັນທີ 23 ເມສາ 2021 ຄະນະສະເພາະກິດ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 1,292 ຄົນ; ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 65 ຄົນ, ໃນນັ້ນ ຈາກນະຄອນຫຼວງວຽງຈັນ 60 ຄົນ, ແຂວງບໍ່ແກ້ວ 2 ຄົນ, ແຂວງຈຳປາສັກ 2 ຄົນ ແລະ ແຂວງວຽງຈັນ 1 ຄົນ.

ກໍລະນີຢັ້ງຢືນທີ 96
– ເພດຍິງ, ອາຍຸ 23 ປີ, ສັນຊາດລາວ, ອາຊີບ: ຂາຍເຄື່ອງຢູ່ຕະຫຼາດອົດຊີ
– ບ້ານຢູ່ປະຈຸບັນ: ບ້ານ ໜອງແຕ່ງ, ມ. ສີໂຄດ, ນະຄອນຫລວງວຽງຈັນ
– ຜູ້ກ່ຽວບໍ່ມີພະຍາດປະຈໍາຕົວ ແລະ ເປັນຄົນມີສຸຂະພາບແຂງແຮງ
– ສໍາຜັດກັບກໍລະນີທີ 59 ແລະ 61 ວັນທີ 15 ເມສາ
– ປັດຈຸບັນມີອາການເຈັບຄໍ, ໄອແຫ້ງ, ເມື່ອຍ, ບໍ່ຢາກອາຫານ


ວັນທີ 15 ເມສາ 2021 : ໄດ້ໄປງານລ້ຽງຢູ່ໂພນທັນກັບໝູ່ສະໜິດ ທີ່ມີກໍລະນີທີ 61 ແລະ 59 ຮ່ວມນຳ
ວັນທີ 16 ເມສາ 2021 : ໄດ້ໄປຫຼິ້ນປີໃໝ່ຢູ່ສະພານທອງກັບໝູ່ສະໜິດ (ກໍລະນີ 95), ແລະ ກໍລະນີທີ 91


ວັນທີ 17-19 ເມສາ 2021: ໄປຂາຍເຄື່ອງຢູ່ຕະຫຼາດອົດຊີ ແຕ່ 4-9 ໂມງເຊົ້າ ແລ້ວກັບມາຢູ່ຫ້ອງ
ວັນທີ 20 ເມສາ 2021: ເລີ່ມມີອາການເຈັບຄໍ, ເມື່ອຍ ແລະ ມາກວດ

Author: PP

Leave a Reply

Your email address will not be published. Required fields are marked *