ດ່ວນ..!! ອັບເດດໂຕເລກ ຜູ້ຕິດເຊື້ອໂຄວິດ-19 ໃໝ່ +88 ຄົນ ໃນວັນທີ່ 24/4/2021

ຂໍ້ມູນໂຄວິດ-19 ວັນທີ 24/4/2021  ສປປ ລາວ ພົບຜູ້ຕິດເຊື້ອໃໝ່ +88 ​ຄົນ

ໃນວັນທີ 23 ເມສາ 2021 ຄະນະສະເພາະກິດຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດອັກເສບປອດທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ຕາງໜ້າໂດຍທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ

ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ຖະແຫຼງຂ່າວກ່ຽວກັບການລະບາດເຊື້ອພະຍາດໂຄວິດ-19 ໃນ ສປປ ລາວ.

ທ່ານ ດຣ. ສີສະຫວາດ ສຸດທະນີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ກ່າວວ່າ: ມາຮອດວັນທີ 23 ເມສາ 2021 ລາວເຮົາໄດ້ເກັບຕົວຢ່າງມາກວດທັງໝົດໃນວັນທີ 24 ເມສາ ຜົນກວດພົບວ່າ ມີຜູ້ຕິດເຊື້ອໂຄວິດ ເພີ່ມອີກ +88 ຄົນ. ໃນນັ້ນ: ຢູ່ ນະຄອນຫຼວງວຽງຈັນ 84 ຄົນ ແຂວງຈຳປາສັກ 2 ຄົນ,ບໍ່ແກ້ວ 2 ຄົນ

ຄຣິບ:

Author: PP

Leave a Reply

Your email address will not be published. Required fields are marked *