
ເຊົ້ານີ້..!! ອາດຈະເປັນມື້ສຸດທ້າຍ ທີ່ພຣະສົງ-ສຳມະເນນ ຈະອອກບິນທະບາດ ຈົນກວ່າສະຖານະການໂຄວິດ-19 ຈະຜ່ອນຄາຍລົງ
ເນື່ອງຈາກຢູ່ ນະຄອນຫຼວງພະບາງໄດ້ມີແຈ້ງການດ່ວນ ໃນວັນທີ່ 24 ເມສາ 2021 ທີ່ຜ່ານມາ ເຊີ່ງເປັນແຈ້ງການລ໊ອກດາວນະຄອນຫຼວງພະບາງ
ອີງຕາມການລາຍງານຂອງເພຈ ນະຄອນຫຼວງພຣະບາງ ໃຫ້ຮູ້ວ່າ: ບັນດາວັດຕ່າງໆ ໃນນະຄອນຫຼວງພຣະບາງ ໄດ້ໂຈະການອອກບິນທະບາດ ເລີ່ມແຕ່ວັນທີ 26 ເມສາ 2021 ເປັນຕົ້ນໄປ

ທັງນີ້, ເຊົ້າວັນທີ 25 ເມສາ 2021 ກໍ່ຄືມື້ນີ້ ແມ່ນຈະເປັນມື້ສຸດທ້າຍທີ່ອະນຸຍາດໃຫ້ອອກບິນທະບາດ ຈົນກວ່າສະພາບການລະບາດຂອງ ພະຍາດໂຄວິດ 19 ຈະຫາຍຜ່ອນຄາຍລົງ ຈື່ງຈະກັບມາບິນທະຍາດອີກຄັ້ງ

ແຕ່ແນວໃດກໍ່ຕາມ, ສຳລັບທ່ານໃດ ທີ່ຈະນຳເອົາເຂົ້າສານ ອາຫານແຫ້ງ ຫຼື ຈັງຫັນ ເພນ ແລະ ວັດຖຸທານອື່ນໆທີ່ຈຳເປັນ ກໍ່ສາມາດນຳໄປຖວາຍພຣະສົງ-ສາມະເນນ ຢູ່ທີ່ວັດຕາມກຳລັງສັດທາໄດ້