
ການເຝົ້າລະວັງການລະບາດຂອງເຊື້ອພະຍາດ ໂຄວິດ-19 ໃນປະເທດລາວເຮົາ ໃນວັນທີ 25 ເມສາ 2021 ກວດພົບຜູ້ຕິດເຊື້ອ ອີກ 76 ຄົນ, ໃນນັ້ນ: ຢູ່ນະຄອນຫຼວງວຽງຈັນ 64 ຄົນ; ບໍ່ແກ້ວ 1 ຄົນ ແລະ ຢູ່ສະຫວັນນະເຂດ 2 ຄົນ, ສາລະວັນ 5 ຄົນ ແລະ ແຂວງຫຼວງນໍ້າທາ 4 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທົ່ວປະເທດ 323 ຄົນ.
ໃນວັນທີ 25 ເມສາ ປີ 2021 ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ພ້ອມດ້ວຍ ທ່ານ ດຣ. ພອນປະດິດ ສັງໄຊຍະລາດ ຫົວໜ້າສູນວິເຄາະ ແລະ ລະບາດວິທະຍາ ກະຊວງສາທາລະນະສຸກ, ຕາງໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ທີ່ກະຊວງສາທາລະນະສຸກ.
ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ໄດ້ລາຍງານວ່າ: ການເຝົ້າລະວັງ ໂຄວິດ–19 ຢູ່ ສປປ ລາວ ວຽກງານຈຸດຜ່ານແດນ ແລະ ດ່ານສາກົນ ໃນວັນທີ 24 ເມສາ 2021 ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ ຈຳນວນ 3.204 ຄົນ ຄົນ; ໃນນັ້ນ ຈຸດຜ່ານດ່ານຊາຍແດນ ລາວ – ໄທ ທັງໝົດ 1.866 ຄົນ ໃນນັ້ນຜ່ານສະໜາມບິນວັດໄຕ 158 ຄົນ.
ມາຮອດປະຈຸບັນ ລາວເຮົາມີສູນກັກບໍລິເວນທັງໝົດ 49 ສູນ ແລະ ມີ ມີຜູ້ຈຳກັດບໍລິເວນທັງໝົດ 3.678 ຄົນ, ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ ໂຄວິດ-19 ແລະ ໃນວັນທີ 24 ເມສາ 2021 ໄດ້້ເກັບຕົວຢ່າງມາກວດທັງໝົດ 2115 ຕົວຢ່າງ ຜົນກວດພົບຜູ້ຕິດເຊື້ອ 76 ຄົນ, ມາຮອດປະຈຸບັນທົ່ວປະເທດມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 323 ຄົນ.
(ຊົມຄຣິບ):