ກຸ່ມຄົນທີ່ລະເມີດມາດຕະການຍັງຕັ້ງວົງຊຸມແຊວຫຼາຍຄົນ ແລະ ເປີດເພງສຽງດັງກໍ່ກວນ ຢູ່ເຂດບ້ານ ດອນກອຍ

ວັນທີ່​ 25​ ເມສາ​ 2021​  ເວລາປະມານ 21:45 ມີປະຊາຊົນ ເຂດບ້ານດອນກອຍ​ ​ເມືອງສີສັດຕະນາກ ສ່ອງແສງມາຍັງ ເພຈພວກເຮົາວ່າ:

ຍັງມີ ປະຊາຊົນ ບາງກຸ່ມຍັງບໍ່ທັນປະຕິບັດຕາມຄຳສັ່ງ ຂອງນາຍົກລັດຖະມົນຕີ ເລກທີ15/ນຍ ເຊີ່ງຍັງໄດ້ຕັ້ງກຸ່ມກິນ​ຊຸມ​ແຊວ​ ເປີດເພງດັງ ເຊີ່ງມີ (ຫລາຍກວ່າ​ 10 ຄົນ)

ໃນຊ່ວງພະຍາດໂຄວິດລະບາດ ປະຊາຊົນຕ້ອງກັກຕົວຢູ່ບ້ານເພື່ອຫລີກລ່ຽງການແຜ່ເຊື້ອພະຍາດ ເພື່ອບໍ່ໃຫ້ແຜ່ລາມ ແຕ່ຍັງມີບາງກຸ່ມຍັງບໍ່ປະຕິບັດ.ວິດີໂອ ນີ້ແມ່ນຢູ່ ບ້ານດອນກອຍ ເມືອງສີສັດຕະນາກ ເວລາ 21:45 ວັນທີ​ 25​ ເມສາ​ 2021​ ຂໍໃຫ້ພາກສ່ວນກ່ຽວຂ້ອງ ຫຼື ອຳນາດການປົກຄອງກວດກາ,ເຂັ້ມງວດ ແລະ ໃຊ້ມາດຕະການກັບກຸ່ມຄົນທີ່ຍັງລະເມີດກຸ່ມນີ້ດ້ວຍ

ເພື່ອປະຕິຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ເພື່ອປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19

(ຄຣິບ):

Author: PP

Leave a Reply

Your email address will not be published. Required fields are marked *