
ຜ່ານມາ5ມື້ແລ້ວ ທີ່ບໍ່ໄດ້ພັກໄດ້ຜ່ອນຕ້ອງແຂ່ງກັບເວລາ ທຸກນາທີມີຄ່າຕ້ອງຊອກຫາຜູ້ຕິດເຊື້ອໃຫມ່ ຄົ້ນຫາທາມໄລນ໌ໃຫມ່ເພື່ອຈະຢຸດການກະຈາຍຂອງເຊື້ອໃຫ້ໄວເທົ່າທີ່ໄວໄດ້ (ຍັງບໍ່ມີທ່າທີວ່າຈະຫລຸດລົງ)

– ຖາມວ່າ ຢ້ານບໍ່ທີ່ຕ້ອງມາຢູ່ດ່ານຫນ້າສຸດແບບນີ້ ຕອບໄດ້ເລີຍວ່າຢ້ານຄືກັນ
– ຖາມວ່າ ເມື່ອຍບໍ່ ຕອບໄດ້ເລີຍວ່າສຸດແທບຂາດໃຈ ແຕ່ຫນ້າທີ່ນີ້ບໍ່ແມ່ນວ່າໃຜກໍ່ສາມາດເຮັດໄດ້, ຕ້ອງຍອມສະຫລະທັງກາຍ (ສິເປັນວິນຫລາຍຄັ້ງຍ້ອນອາກາດຮ້ອນແຮງ ຍ້ອນຂາດອອກຊີເຈນ, ເຫື່ອໄຫລປານອາບນ້ຳ, ຫິວນ້ຳກໍ່ກິນບໍ່ໄດ້, ປວດຍ່ຽວກໍ່ອົດທົນ…ສິຕາຍກ່ອນຕິດບໍ່ຈັກ

ສະຫລະທັງໃຈ (ຄອບຄົວທາງຫລັງທີ່ສຸດເປັນຫ່ວງ) ຖ້າເຮົາຄິດຮັກຊີວິດຮັກຕົນເອງຄິດເຫັນແກ່ຕົວຈັກຫນ້ອຍແລ້ວຖອຍອອກມາເຮົາຄືສິສະບາຍ… ແລ້ວປະຊາຊົນຕາດຳໆເດຈະເພິ່ງໃຜໃນຍາມວິກິດແນວນີ້?
ພວກເຮົານັກຮົບດ່ານຫນ້າທີ່ວ່າເມື່ອຍແລ້ວ ການນຳຂັ້ນເທິງຍິ່ງເມື່ອຍກວ່າທຽບບໍ່ໄດ້ ຕ້ອງປຶກສາຫາລືສຸມກຳລັງແນວຄິດຫາແນວທາງແກ້ໄຂທັງເວັນທັງຄືນບໍ່ໄດ້ຫລັບໄດ້ນອນທຸກມື້ເພື່ອພໍ່ແມ່ປະຊາຊົນລາວທຸກຄົນ

>> ຝາກເຖິງພໍ່ແມ່ປະຊາຊົນທຸກຄົນໃຫ້ເຫັນໃຈພວກເຮົານຳ ພວກເຮົາເຮັດວຽກເພື່ອພວກທ່ານ ພວກທ່ານຊ່ວຍປະຕິບັດຕາມຫນ່ວຍສະເພາະກິດແນະນຳໄດ້ບໍ່ ຢູ່ບ້ານປ້ອງກັນໂຕເອງເພື່ອພວກເຮົາເພື່ອຄົນທີ່ທ່ານຮັກ

ສຳຫລັບກຸ່ມຄົນທີ່ເປັນກຸ່ມສ່ຽງຢາກໃຫ້ມາກວດຫາເຊື້ອໂຄວິດ ພ້ອມທັງຮັບຟັງ ແລະ ປະຕິບັດຕາມຄຳແນະນຳຂອງຫນ່ວຍງານ, ບາງຄົນບໍ່ເຂົ້າໃຈຕົນເອງມາແຕ່ເຊົ້າບໍ່ໄດ້ຄິວກ່ອນ ເປັນຫຍັງຄົນທີ່ມາຕາມຫລັງຈັ່ງໄດ້ກວດກ່ອນ ເຊິ່ງພວກເຮົາຢາກອະທິບາຍໃຫ້ເຂົ້າໃຈວ່າພວກເຮົາແມ່ນຈະກວດຜູ້ສ່ຽງສູງກ່ອນເພາະບໍ່ຢາກໃຫ້ຢູ່ດົນເນື່ອງຈາກຈະເປັນການແຜ່ເຊື້ອສູ່ຄົນອື່ນ,

ສ່ວນກຸ່ມຄົນໃດທີ່ບໍ່ຢູ່ໃນປັດໃຈສ່ຽງ ແລະ ວິຕົກກັງວົນໄປເອງ ແມ່ນແນະນຳບໍ່ຢາກໃຫ້ມາກວດສາມາດຕິດຕາມສະພາບຢູ່ບ້ານກ່ອນໄດ້ ເພາະຈາກທີ່ທ່ານບໍ່ມີເຊື້ອອາດຈະເປັນການມາຮັບເຊື້ອຢູ່ທີ່ນີ້ໄດ້ ຂໍໂທດຂໍອະໄພທຸກທ່ານສຳຫລັບການບໍລິການບາງຢ່າງອາດບໍ່ສາມາດຖືກໃຈທຸກຄົນໄດ້

ເຮົາຕ້ອງຜ່ານວິກິດນີ້ໄປນຳກັນໃຫ້ໄດ້
ທີ່ມາ:
