
ບໍ່ມີຊີວິດໄວລຸ້ນຄືຄົນອື່ນ ຈາກແມ່ນຄ້າອອນລາຍຕັ້ງແຕ່ 18 ປີ ສູ່ມື້ນີ້ ເປັນເຈົ້າຂອງຮ້ານເພັດ ອາຍຸພຽງ 23 ປີ ແຖມມີເງິນເກັບຫຼາຍຫຼັກ
ການຫຼົ້ມເຫຼວ ຫຼື ລົ້ມລະລາຍ ເກີດຂຶ້ນຫຼາຍເກືອບວ່າກັບທຸກໆຄົນ ຄ້າຍຄືບົດພິສູດຊີວິດທີ່ຄົນໆໜຶ່ງຈະຕ້ອງພົບ ດັ່ງເລື່ອງລາວຂອງສາວໄວໜຸ່ມໄວພຽງ 23 ປີ ເປັນເຖິງເຈົ້າຂອງຮ້ານເພັດ ທີ່ສາມາດຫາເງິນໄດ້ມື້ລະ
ປ໊ອກກີ້ ເພັດມະນີ ຂັນທະວົງໄຊ ສາວໄວ 23 ຜູ້ ຜ່ານອຸປະສັກມາຫຼວງຫຼາຍ ເຮັດທຸກຢ່າງເພື່ອສ້າງລາຍໄດ, ສ້າງຕົນເອງເປັນທີ່ຮູ້ຈັກ ໜຸນໃຊ້ ແລະ ປັບໂຕກົນລະຢຸດການສ້າງເງິນໃນຍຸກໃໝ່ ຢຸກອອນລາຍ ຈົນມີທຸກຢ່າງເອງເປັນຂອງຕົນໃນປັດຈຸບັນ ໂດຍໄດ້ເຜີຍວ່າບໍ່ໄດ້ຜ່ານຊີວິດໄວລຸ້ນແບບຄົນທົ່ວໆໄປເລີຍ ເພາະຕັ້ງແຕ່ອາຍຸ 18 ປີ ທັງຮຽນໄປນຳ, ເຮັດວຽກໄປນຳ ຄິດຫານັ້ນນີ້ເຮັດ ເພື່ອຕໍ່ຍອດຊີວິດ ເພື່ອສ້າງຕົນເອງໃຫ້ກາຍເປັນຄົນໜຶ່ງທີ່ສາມາດຫາເງິນລ້ຽງຕົນເອງໄດ້ ບໍ່ລຳບາກພໍ່ແມ່ ແລະ ຈະບໍ່ຢຸດພຽງເທົ່ານີ້
ປ໊ອກກີ້ໄດ້ເລົ່າວ່າ ແມ່ເຄີຍສອນ ເຮົາເລີ່ມຕົ້ນໄວ ຖາມວ່າມີໂອກາດລົ້ມເຫລວ ຜິດຫວັງບໍ່ ແນ່ນອນວ່າເລື່ອງນັ້ນເຮົາປະຕິເສດບໍ່ໄດ້ ແຕ່ການທີ່ເຮົາລົ້ມລະລາຍ ຫຼື ຜິດພາດໄວ ຈາກການລົງມືເຮັດແຕ່ໄວຂອງ ມັນເປັນບົດຮຽນ ແລະ ປະສົບການໃຫ້ເຮົາຟືນໂຕ ແລະ ນຳເອົາບົດຮຽນນັ້ນໆມາເພື່ອເລີ່ມຕົ້ນເຮັດມັນໃໝ່ ແລະ ຈະເຮັດມັນໄດ້ກວ່າເກົ່າ ມັນເປັນແຮງຜັກດັນວ່າເຮົາຕ້ອງສູ້ ເຮົາຕ້ອງເຮັດໃຫ້ໄດ້ ແລະ ເຮົາກໍມີເວລາ ແຕ່ຖ້າເຮົາບໍ່ເລີ່ມລົງມືເຮັດ ຢ້ານແຕ່ຄວາມລົ່ມເຫລວ ຫຼື ຜິດຫວັງ ມື້ໃດລະເຮົາຈະເລີ່ມ ມື້ໃດເຮົາຈະປະສົບຜົນສຳເລັດ
ແນ່ນອນວ່າທຸກຄົນຈະຕ້ອງພົບບັນຫາຢູ່ແລ້ວ ໃນການເລີ່ມຕົ້ນເຮັດສິ່ງໃດສິ່ງໜຶ່ງ ສະນັ້ນຄິດ ວາງແຜນ ແລ້ວລົງມືເຮັດໂລດ ເຖິງເຮົາຈະພົບກັບຄວາມຜິດພາດຢ່າງນ້ອຍເຮົາກໍຮູ້ວ່າຜິດພາດບ່ອນໃດ ຂາດອັນໃດ ຮີບແກ້ໄຂ ແລ້ວກໍເດີນໜ້າຕໍ່
ປັດຈຸບັນປຸກກີ້ເອງ ເປັນເຈົ້າຂອງຮ້ານເພັດ ເພັດມະນີ ຈິວເວີລີ Phetmany jewellery (page Phetmany jewellery ຮ້ານເພັດມະນີຈິວເວີລີ້ ມາດຕະຖານgia) ໂດຍການຂາຍ ຫຼື ສ້າງລາຍໄດ້ຄືຄວາມຕໍ່ເນື່ອງ ແລະ ເລືອກສິ່ງທີ່ດີທີ່ສຸດໃຫ້ກັບລູກຄ້າ ບວກກັບການເວົ້າດ້ວຍຄວາມຈິງໃຈ ເປັນພື້ນຖານທີ່ດຶງດູດລູກຄ້າໃຫ້ສົນໃຈສິນຄ້າ ແລະ ກ້າຕັດສິນໃຈຊື້ ເຖິງວ່າລາຄາອາດຈະສູງແນ່ ແຕ່ສາມາດປິດການຂາຍໄດ້ ເພາະສິ່ງທີ່ເຮົາມອບໃຫ້ລູກຄ້າມັນຄຸ້ມຄ່າກັບເງິນທີ່ລູກຄ້າຊື້
ຖາມວ່າຕອນນີ້ ປ໊ອກກີ້ ມີພໍແລ້ວບໍ່ ປະສົບຜົນສຳເລັດແລ້ວບໍ່ ຍັງຕອບບໍ່ໄດ້ ເພາະບໍ່ມີຫຍັງແນ່ນອນ ຍາມເຮົາຍັງມີແຮງ ຍັງເຮັດຫຍັງໄດ້ອີກຫຼາຍຢ່າງຢູ່ ເຮົາກໍຈົ່ງເຮັດໃຫ້ເຕັມທີ່ ໂດຍບໍ່ປ່ອຍໃຫ້ເວລາລ່ອງລອຍໄປລ້າໆ ປ໊ອກກີ້ ກຳລັງເຮັດຟາມເປັດ ລ້ຽງເປັດ, ນອກນັ້ນຍັງໃຊ້ເວລາຫວ່າງ ອອກສະແຫວງບຸນ, ບໍລິຈາກ ແລະ ແບ່ງປັນສິ່ງທີ່ເຮົາພໍຈະເຮັດ ແລະ ໃຫ້ໄດ້ກັບຄົນອື່ນສະເໝີ ເພາະມັນບໍ່ແມ່ນແຕ່ເຮົາເປັນຝ່າຍໃຫ້ ທຸກຄັ້ງທີ່ເຮົາໄປ ເຮົາຕ່າງກໍໄດ້ກັບຄືນມາເຊັ່ນກັນ
ສຳລັບອານາຄົດນອກຈາກສິ່ງທີ່ເຮັດແລ້ວ ຍັງຢາກເຮັດຫຍັງອີກແນ່ທີ່ຄິດໄວ້
ອັນດັບແລກຈະພັດທະນາສິ່ງທີ່ເຮັດຢູ່ບໍ່ວ່າຈະເປັນຮ້ານເພັດ ຫລື ຟາມເປັດຈາກທີ່ວ່າດີແລ້ວກໍ່ໃຫ້ດີຂື້ນເລື່ອຍໆ ອັນຕໍ່ມາກໍ່ຈະແບ່ງເວລາໃຫ້ກັບໂຕເອງໃນການຊອກຫາຮຽນຮູ້ ຮັບເອົາຄວາມຮູ້ໃໝ່ໆ ເພື່ອມາຝຶກຝົນ ແລະ ພັດທະນາໂຕເອງ
ໃນຖານະທີ່ປ໋ອກກໍ່ເປັນເດັກນ້ອຍໄວລຸ້ນຄົນໜື່ງທີ່ເຮັດທຸກຢ່າງມາດ້ວຍສະໝອງແລະສອງມືຕົວເອງ ຢາກເນັ້ນເຖິງນ້ອງໆ ໝູ່ໆ ທີ່ມີຄວາມຝັນຄືກັນກັບກັບປ໋ອກ ສິ່ງທໍາອິດທີ່ສໍາຄັນເລີຍກ່ອນຈະເຮັດໃຫ້ເຮົາສໍາລັດໄດ້ຄືການລົງມືເຮັດ ຢ່າຖ້າເວລາ ຢ່າຖ້າຄວາມພ້ອມ ຢ່າລັງເລດົນ ທຸກຢ່າງມີຄວາມເປັນໄປໄດ້ ດັ່ງຄໍາເວົ້າທີ່ວ່າ “ໂລກນີ້ບໍ່ມີຄໍາວ່າລົ້ມເຫລວ ຖ້າເຮົາບໍ່ລົ້ມເລີກ”
ຈາກ: Perdkuang Laiylaiy