ສັ່ງຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ​ ຍົກເວັ້ນໂຮງງານທີ່ນຳໃຊ້ສະເພາະກຳມະກອນ

ສັ່ງຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ​ ຍົກເວັ້ນໂຮງງານທີ່ນຳໃຊ້ສະເພາະກຳມະກອນ ຢູ່ຫໍພັກໃນຂອບເຂດໂຮງງານ.ຄະນະສະເພາະກິດເພື່ອປ້ອງກັນ,

ຄວບຄຸມ ແລະ​ ແກ້ໄຂການລະບາດຂອງພະຍາດໂຄວິດ-19​ ອອກແຈ້ງການເລກທີ 0323/ອຄ.ກອຫ, ນະຄອນຫຼວງວຽງຈັນ, ວັນທີ 26 ເມສາ 2021​ ເຖິງຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງວຽງຈັນ,​

ປະທານສະມາຄົມອຸດສາຫະກໍາຕັດຫຍິບ ແຫ່ງຊາດລາວ,​ ຜູ້ອຳນວຍການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ໃນຂອບເຂດທົ່ວປະເທດ​ ເລື່ອງຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຕັດຫຍິບ ແລະ ໂຮງງານຜະລິດເກີບ ເພື່ອສະກັດກັ້ນ​ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ 19​ ໂດຍລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ອອກແຈ້ງການດັ່ງນີ້:

1. ໃຫ້ໂຮງງານຕັດຫຍິບ ແລະ ໂຮງງານຜະລິດກີບ ຢຸດເຊົາຊົ່ວຄາວການດຳເນີນກິດຈະການໂຮງງານຈົນຮອດວັນທີ 5 ພຶດສະພາ 2021 ເພື່ອສະກັດກັ້ນ ແລະ ຄວບຄຸມການລະບາດຂອງພະຍາດໂຄວິດ- 19, ຍົກເວັ້ນໂຮງງານທີ່ນຳໃຊ້ສະເພາະກຳມະກອນ ຢູ່ຫໍພັກໃນຂອບເຂດໂຮງງານ.

2. ໃຫ້ໂຮງງານທີ່ສືບຕໍ່ດຳເນີນກິດຈະການໂຮງງານ ຫຼື ຢຸດເຊົາຊົ່ວຄາວ ສືບຕໍ່ປະຕິບັດມາດຕະການສະກັດກັ້ນ,ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ.

3. ແຈ້ງການສະບັບນີ້ ມີຜົນສັກສິດນັບແຕ່ ວັນທີ 27 ເມສາ 2021 ເປັນຕົ້ນໄປ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານ ເພື່ອຈັດຕັ້ງປະຕິບັດ ຢ່າງເຂັ້ມງວດດ້ວຍ.

Author: PP

Leave a Reply

Your email address will not be published. Required fields are marked *