ປະກາດໃຫ້ຢູ່ຟຣີ ແຕ່ຫ້ອງເຕັມ ເລີຍເອົາເງີນໃຫ້ໄປຫາຊອກບ່ອນໃໝ່ຢູ່ ສຸດຍອດຄົນດີຂອງສັງຄົມ

ຄົນໃຈດີ ທີ່ຫາໄດ້ຍາກ ຊ່ວຍດ້ວຍໃຈຍ້ອງຍໍນ້ຳໃຈ ຫລາຍໆ. ມີນ້ອງສາວ ຄົນຫນຶ່ງເລົ່າວ່າ:

ຂ້ອຍເອງມີຊື່ວ່າ ຈັນທະລາ ຈອມນາວົງສາມາຈາກບ້ານໂພທອງ ເມື່ອງບຸນໃຕ້ ແຂວງ ຜົ້ງສາລີ

ເປັນນັກສຶກສາມະຫາວິທະຍາໄລ ວິທະຍາສາດ ສຸຂະພາບ ຄະນະເຕັກນິກການ ແພດ ສາຂາປະລິນຍາຕີວິເຄາະການແພດ ປີ ທີ່4ແລະມື້ນີ້ຂ້ອຍເອງມີເລື່ອງສິມາເລົ່າໃຫ້ທຸກຄົນໄດ້ຮູ້ ເລື່ອງມີຢູ່ວ່າ:

ຂ້ອຍເອງກະເປັນນັກສືກສາທີ່ກຳລັງລົງເຝິກງານຢູ່ໂຮງຫມໍແລະສູນຕ່າງໆ ແລະ ດັ່ງທີ່ທຸກຄົນຮູ້ຊ່ວງນີ້ COvid19 ກະລະບາດແຮງ ຂ້ອຍຢູ່ເຮືອນພີ່ນ້ອງໄປເຝິກງານ ແລະ ມັນກະມີຄວາມສ່ຽງສູງ ພໍມາຮອດວັນສຸກທີ່23/4 /21.

ຂ້ອຍໄດ້ໄປຊັກວັກຊີນຢູ່ ຮຮ ແລະ ວັນເສົາຕອນແລງໄດ້ອອກມາຢູ່ຫ້ອງເຊົ່າກັບເອື້ອຍ ວັນທິດທີ່25 4 21ຈື່ງໄດ້ຮູ້ວ່າໃນມື້ທີ່ຂ້ອຍໄປຊັກວັກຊີນມີຄົນຕິດເຊື້ອCovid19ໄປຊັກນຳ ເມື່ອຮູ້ຂ່າວທາງ ຮຮ ກະບອກບຸກຄົນໃດໄປຊັກວັກຊີນກະໃຫ້ກັກໂຕ ການລົງເຝິກງານກະໂຈະ ແລະ ສິໄດ້ແຍກປ່ຽວກັກໂຕຢູ່ຄົນດຽວ7-14ມື້ ດ້ວຍຄວາມທີ່ຕົນເອງກະຂາດເຂີນພໍດີເຂົ້າເຟດແລະເຫັນເອື້ອຍເພິ່ນບອກວ່າມີຫ້ອງແຖວໃຫ້ຢູ່ຟຮີ.

ຂ້ອຍກະແອັດເຟດໄປແລະແຊັດຫາເພິ່ນຂໍເຂົ້າໄປຢູ່ ເອື້ອຍເພິ່ນກະບອກວ່າໃຫ້ເຂົ້າໄປເບິ່ງຫ້ອງມື້ນີ້ທີ່26 4 21ຂ້ອຍກະໄປເບິ່ງຫ້ອງພໍໄປຮອດຫ້ອງຍັງຫ້ອງດຽວມີຄົນໄປເບິ່ງພ້ອມກັນ2ຄົນ ແລະ ນ້ອງສາວເອື້ອຍເພິ່ນບອກໃຫ້ໂທຫາເອື້ອຍເພິ່ນ ຂ້ອຍກະໂທແລະ ເອື້ອຍເພິ່ນບອກຢູ່ນຳກັນແຕ່ຂ້ອຍບອກວ່າຂ້ອຍຈຳເປັນຕ້ອງໄດ້ຢູ່ຜູ້ດຽວ ດ້ວຍຄວາມທີ່ເອື້ອຍເພິ່ນເປັນຄົນໃຈດີແລະມີເມດຕາເລີຍບອກຂ້ອຍໄປຊອກຫາຫ້ອງໃຫ່ມຢູ່.

ລາວເລີຍບອກຂ້ອຍສົ່ງເລກບັນຊີໃຫ້ສິໂອນເງິນຊ່ວຍຂ້ອຍໃຫ້ຂ້ອຍໄປຊອກຫ້ອງໃຫ່ມຢູ່ ແລະ ດ້ວຍຄວາມທີ່ວ່າຂ້ອຍກະບໍ່ກ້າລົບກວນລາວ ເລີຍບອກວ່າຊັ້ນກະບໍ່ເປັນຫຍັງຂອບໃຈຫລາຍເດີເອື້ອຍ ແຕ່ລາວກະບອກວ່າສິໂອນໃຫ້ສິຊ່ວຍຂ້ອຍ ແລະ ຂ້ອຍກະຕົກລົງໃຫ້ລາວຊ່ວຍ.

ຍ້ອນວ່າຂ້ອຍເປັນຄົນທີ່ບໍ່ເຄີຍໄດ້ຮັບການຊ່ວຍເຫລື່ອຈາກຄົນອື່ນທີ່ບໍ່ແມ່ນຄອບຄົວຈັກເທື່ອ ຂ້ອຍເລີຍຮູ້ສຶກຊາບຊື້ງໃຈຫລາຍໆ ແລະ ເຮັດໂຕບໍ່ຖືກເລີຍ ບໍ່ຄິດບໍ່ຝັນວ່າ ເກີດມາໃນຊາດນີ້ຂ້ອຍກະສິພໍ້ຄົນໃຈດີມີເມດຕາຄືລາວຊ່ວຍເຫລື່ອຄົນຄືຂ້ອຍ ເອື້ອຍລິນລາວເປັນຄົນແລກທີ່ຊ່ວຍເຫລື່ອຂ້ອຍທັ້ງໆທີບໍ່ເຄີຍຮູ້ຈັກ.

ທ້າຍນີ້ຂໍອວຍພອນໄຊໃຫ້ເອື້ອຍລິນແລະຄອບຄົວຈົ່ງມີຄວາມພາສຸກຄວາມຮຸ່ງເຮື່ອງສີວິໄລ ປາສະຈາກໂລກໄພໄຂ້ເຈັບ ລ້ຳລວຍລ້ຳລວຍເດີເອື້ອຍ.

ເລື່ອງກະຈົບຊ່ຳນີ້….ຂອບໃຈຄົນທີ່ອ່ານຈົນຈົບເດີ ແລະ ຊ່ວຍແຊຕໍ່ໆກັນແດ່ເດີ ໃຫ້ຄົນອື່ນໄດ້ຮູ້ໄດ້ເຫັນນຳກັນຄົນດີໆແບບນີ້.

ປລ:ເຖິງສິຂາດເຂີນສິເປັນແນວໃດກະຕາມຂ້ອຍຕ້ອງຜ່ານມັນໄປໃຫ້ໄດ້ ຕ້ອງຮຽນຈົນຈົບ.

Author: PP

Leave a Reply

Your email address will not be published. Required fields are marked *