
ໃນວັນທີ 27 ເມສາ 2021 ນີ້, ກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດ ໂຄວິດ-19 ໄດ້ລາຍງານໃຫ້ຮູ້ວ່າ: ສຳລັບ ສປປ ລາວ ໃນວັນທີ 26 ເມສາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 2.646 ຄົນ ແລະ ຜົນກວດວິເຄາະທັງໝົດ ແມ່ນພົບຜູ້ຕິດເຊື້ອໃໝ່ 75 ຄົນ, ໃນນັ້ນມີ ນະຄອນຫລວງ 59 ຄົນ, ຈຳປາສັກ 8 ຄົນ, ແຂວງວຽງຈັນ 4 ຄົນ, ສະຫວັນນະເຂດ 1 ຄົນ, ບໍ່ແກ້ວ 1 ຄົນ, ຫລວງພະບາງ 1 ຄົນ ແລະ ຊຽງຂວາງ 1 ຄົນ.
ທາມລາຍ ຂອງຜູ້ຕິດໂຄວິດ ຢູ່ແຂວງຊຽງຂວາງ:
– ເພດຊາຍ ອາຍຸ 31 ປີ
– ເຮັດວຽກຢູ່ເຂື່ອນໄຟຟ້ານ້ຳ ພະນາ ເມືອງໝອກ ແຂວງຊຽງຂວາງ
– 8 ເມສາ 2021 ເດີນທາງໄປນະຄອນຫຼວງວຽງຈັນ
– 9-11 ເມສາ 2021 (ຢູ່ເຮືອນບໍ່ໄດ້ອອກໄປໃສ)
– 12 ເມສາ 2021 ໄປຫຼິນຄາລາໂອເກະ 8118 (ຜູ້ໃກ້ຊິດ 10 ຄົນ)
– 13 ເມສາ 2021 ໄປສວນອ້າຍຮັກຢູ່ເມືອງສັງທອງ (ກິນເຂົ້າສາມັກຄື ຜູ້ໃຊ້ຊິດຈຳນວນ 10 ຄົນ)
– 14 ເມສາ 2021 ໄປສັງສັນຢູ່ບ້ານໝູ່ ດອນກອຍ ເມືອງໄຊເຊດຖານະຄອນຫຼວງວຽງຈັນ
– 15 ເມສາ 2021 ໄປງານມັດແຂນເຮືອອ້າຍຮັກ ບ້ານໜອງບອນ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ
– 16 ເມສາ 2021 ໄປວັນເກີດລູກອ້າຍຮັກຢູ່ ບ້ານໂພນຕ້ອງຈອມມະນີ ເວລາ 14:00-23:00 (ມີຜູ້ໃກ້ຊິດ 8 ຄົນ)
– 17 ເມສາ 2021 (ຢູ່ເຮືອນ)
– 18 ເມສາ 2021 ໄປກິນເຂົ້າຢູ່ຮ້ານອາຫານ ມານາແມະ (ຜູ້ໃກ້ຊິດ 8 ຄົນ)
– 19 ເມສາ 2021 ເດີນທາງຈາກນະຄອນຫຼວງວຽງຈັນ-ຊຽງຂວາງ ດ້ວຍລົດສ່ວນຕົວ ຜູ້ຮ່ວມເດີນທາ 3 ຄົນ
1. ທ. ໂອເລ່ (ບ້ານຈອມມະນີໃຕ້)
2. ທ, ຈອນນີ (ບ້ານໂພນຕ້ອງສະຫວາດ)
– 20 ເມສາ 2021 ໄປຊື້ນ້ຳມັນຢູ່ປ້ຳ ຫ້ວຍນ້ຳເຢັນ ແລະ ໄປສົ່ງຢູ່ສະໜາມ
– 21-25 (ຖືກຈຳກັດບໍລິເວນຢູ່ເຮືອນເຊົ່າ) ບ້ານ ຄັງວຽງ ເມືອງໝອກແຂວງຊຽງຊວາງ