ອິກແລ້ວ..!! ລັກລອບຂ້າມມາແຕ່ໄທແບບຜິດກົດໝາຍ ຖືກເຈົ້າໜ້າທີ່ຈັບຕົວໄດ້ 1 ຄົນ

ວັນທີ 27 ເມາສາ 2021
ປກສ ເມືອງປາກງື່ມ ລາຍງານສະພາບ ເວລາ 17:30ໂມງ ໄດ້ທ້າວ ອະນຸຊາດ ພັກດີຈໍຫໍ (ຫຳ) ອາຍຸ 44ປີ, ສັນຊາດ ໄທ
ບ້ານດອນກາງ, ອຳເພີ ໂພນພິໃສ, ຈັງຫວັດ ໜອງຄາຍ  ໄດ້ເຂົ້າມາ ສປປລາວ ໂດຍໄດ້ຜ່ານເຮືອຂ້າມນໍ້າຂອງມາ


ຈຸດຂ້າມແມ່ນ ບ້ານວັດຫຼວງ ອຳເພີ ໂພນພິໃສ ຈັງຫວັດ ໜອງຄາຍ ຂຶ້ນເຮືອທີ່ ທ່າວັດ ບ້ານໂດນໃຕ້,ເມືອງປາກງື່ມ, ນະຄອນຫຼວງວຽງຈັນ
ຜູ້ກ່ຽວ ໄດ້ໃຫ້ການສາລະພາບວ່າ ຈຸດປະສົງການລັກລອບເຂົ້າມາແມ່ນເຂົ້າມາເພື່ອ ບູຊາທາດແມ່ ທີ່ວັດດັ່ງກ່າວ (ແມ່ເປັນຄົນລາວ)


ປະຈຸບັນແມ່ນກຳລັງນໍາສົ່ງຜູ້ກ່ຽວໃຫ້ຫ້ອງສັນຕິບານ, ນະຄອນຫຼວງວຽງຈັນ ຊົມເຊີຍປກສເມືອງປາກງື່ມທີ່ປະຕິບັດຫນ້າທີ່ໃນຄັ້ງນີ້ຢ່າງເຂັ້ມງວດ

 

ທີ່ມາ:

 

Author: PP

Leave a Reply

Your email address will not be published. Required fields are marked *