
ສະບາຍດີໝູ່ເພື່ອນເຟສບຸກທຸກຄົນ ອາດຈະແປກແດ່ເນາະເພາະຂ້ອຍເປັນຄົນໜຶ່ງທີ່ບໍ່ຄ່ອຍມັກໂພສ ແຕ່ມື້ນີ້ບໍ່ໂພສຄືສິຮູ້ສຶກຜິດໄປຕະຫຼອດ.

ຂ້ອຍໄດ້ໄປເຫັນຄລິບໜຶ່ງເລີຍຍາກເອົາມາແຊຣ໌ໃຫ້ແຕ່ລະຄົນເຫັນ, ເຊິ່ງເປັນຄຣິບທີ່ແພດໝໍກຳລັງປະຕິບັດໜ້າທີ່ຊ່ວຍເຫຼືອປະຊາຊົນຢູ່ສູນກັກກັນ.

ເຊິ່ງເຫັນໄດ້ ແລະ ຮູ້ສຶກໄດ້ເຖິງຄວາມອິດເໝື່ອຍ ແລະ ເສຍສະຫຼະຂອງທ່ານໝໍທີ່ລາກກະຕ່າອາຫານໄປຢາຍໃຫ້ແຕ່ລະຫ້ອງ ເພື່ອໃຫ້ທຸກຄົນໄດ້ກິນ ແລະ ຮັກສາໂຕເອງໃຫ້ຫາຍໄວໆ ໃຫ້ສາມາດກັບບ້ານໄປຢູ່ກັບຄອບຄົວໄດ້ຢ່າງປອດໄພ.

ພິກັດຂອງຄລິບແມ່ນ ສູນກັກກັນຫຼັກ27 (ສູນກັກໂຕປະຊາຊົນທີ່ກັບມາຈາກໄທ) ມີທັງໝົດ 7 ຕຶກ, ປະຊາຊົນຫຼາຍກ່ວາພັນຄົນ (ແພດໝໍມີພຽງ 7ຄົນ)

.

.

ແນວໃດກະສູ້ໆເຮົາຈະຜ່ານວິກິດນີ້ໄປດ້ວຍກັນ
(ຊົມຄຣິບ):
ໂດຍ:ລູກຫຼານເມືອງພວນ