ປະຫວັດ..!! ການເຄື່ອນໄຫວຂອງ ກໍລະນີ 526 ທີ່ຕິດເຊື້ອພະຍາດໂຄວິດ-19 ຈາກແມ່

ເຈົ້າໜ້າທີ່ຄະນະສະເພາະກິດຕອບໂຕ້ໂຄວິດ-19 ລະດັບຊາດລາຍງານໃນວັນທີ 28 ເມສາ 2021ນີ້ວ່າ: ຜົນກວດວິເຄາະທົ່ວປະເທດທັງໝົດ 3.055 ຕົວຢ່າງ ພົບຜູ້ຕິດເຊື້ອໃໝ່ 93 ຄົນ ໃນນີ້ພົບຢູ່ນະຄອນຫຼວງວຽງຈັນ 75 ຄົນ, ແຂວງຈຳປາສັກ 11 ຄົນ, ແຂວງສະຫວັນນະເຂດ 3 ຄົນ, ຫຼວງພະບາງ 4 ຄົນ.

ຄະນະສະເພາະກິດແຈ້ງວ່າ: ຜູ້ຕິດເຊື້ອໂຄວິດ-19 ກໍລະນີ 52 ໄດ້ປິ່ນປົວຫາຍດີ ແລະອອກໂຮງໝໍ ແຕ່ຫາກຍັງຕ້ອງປະຕິບັດມາດຕະການກັກບໍລິເວນ, ຕິດຕາມ ແລະສືບຕໍ່ເຝົ້າລະວັງຈົນກວ່າຈະຄົບກໍານົດ 14 ວັນເພື່ອຮັບປະກັນ.
ຮອດປັດຈຸບັນ, ມີຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ ສປປ ລາວ ທັງໝົດ 604 ຄົນ, ບໍ່ມີຜູ້ເສຍຊີວີດ, ປິ່ນປົວຫາຍຍດີ 50 ຄົນ , ຍັງນອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວຕ່າງໆ 554 ຄົນ.

 

+ກໍລະນີ 526
– ເພດຍີງ, ອາຍຸ 7ປີ ບ້ານ ສ້າງເຫວີຍ, ເມືອງ ສີສັດຕະນາກ, ນະຄອນຫຼວງວຽງຈັນ
– ອາຊີບ ນັກຮຽນ ຢູ່ໂຮງຮຽນອະນຸບານ-ປະຖົມຂຸນນະວົງ ຢູ່ໂພນປາເປົ້າ
– ຜູ້ກ່ຽວບໍ່ມີອາການ
– ຕິດເຊື້ອຈາກແມ່ຜູ້ກ່ຽວ ບໍ່ຈື່ເລກທີກໍລະນີ (ເປັນຫມູ່ຂອງຫມູ່ເບີ 59)

– ວັນທີ 10-14 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ
– ວັນທີ 15 ເມສາ 2021: ກິນລ້ຽງນຳແມ່ຢູ່ເຮືອນຫມູ່ຢູ່ບ້ານໂສກປ່າຫລວງ
– ວັນທີ 16 ເມສາ 2021: ຢູ່ເຮືອນບໍ່ໄດ້ໄປໃສ
– ວັນທີ 18 ເມສາ 2021: ຕອນແລງໄປຊື້ເຄັກຢູ່ຮ້ານແສງຕາວັນ ບ້ານສະພານທອງ
– ວັນທີ 19 ເມສາ 2021: ໄປໂຮງຮຽນປົກກະຕິ

– ວັນທີ 19-28 ເມສາ 2021: ໄປຫລີ້ນແລະນອນນຳລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ
– ວັນທີ 26 ເມສາ 2021: ໄປກວດເຊື້ອໂຄວິດ ຢູ່ເດີ່ນກິລາໃນຮົ່ມບຶງຂະຫຍອງ
– ວັນທີ 27-28 ເມສາ 2021: ຢູ່ເຮືອນນຳປ້າແລະລຸງຢູ່ດົງສະຫວາດ ເມືອງ ສີສັດຕະນາກ
– ຜົນກວດຕົວຢ່າງຜູ້ກ່ຽວພົບເຊື້ອໂຄວິດ-19
– ຢູ່ເຮືອນຄອບຄົວດຽວກັນຢູ່ບ້ານສ້າງເຫວີຍມີ 4 ຄົນ ມີ ພໍ່ຕູ້ ແມ່ຕູ້ , ແມ່ ແລະ ຜູ້ກ່ຽວ
– ຄອບຄົວປ້າລຸງຢູ່ດົງສະຫວາດ ມີ6ຄົນ

 

Author: PP

Leave a Reply

Your email address will not be published. Required fields are marked *