ປະຊາຊົນ ແລະ ເຈົ້າຫນ້າທີ່ ຮ່ວມກັນຈັບໂຈນສວຍໂອກາດງັດຮ້ານລັກເຄື່ອງຕາມຈຸດຕ່າງໆ ໃນນະຄອນຫຼວງວຽງຈັນ

ເມື່ອວັນທີ 28 ເມສາຜ່ານມາ: ໃນຍາມ ບ້ານເມືອງ ເກີດວິກິດ ມີກຸ່ມຄົນບໍ່ດີຈຳນວນຫນຶ່ງເລີ່ມໃຊ້ທາງ ບໍ່ດີຄືຊອກຫາລັກ ຂອງຄົນອື່ນ ພາກັນຕັ້ງເປັນກຸ່ມເປັນກ້ອນເລາະຫາປຸ້ນຈີ້ ເຫດການນີ້ ແມ່ນພາກັນໄປຫາເລາະລັກຕາມຮ້ານທີ່ປິດ ໄວ້ໃນຊ່ວງ ໂຄວິດ

ໃຜມີຮ້ານກະໝັ່ນໄປເບິ່ງໄປຊ່ອງແດ່ເດີ ຊ່ວງໂຄວິດລະບາດເຮັດໃຫ້ຮ້ານຄ້າຫຼາຍບ່ອນຖືກປິດ ໂຈນກໍ່ອາໄສຊ່ວງນີ້ໄປງັດຮ້ານເອົາເຄື່ອງໃສ່ເຕັ້ມລົດຮຸ່ນໄດ ສຸດທ້າຍກະໄປບໍ່ລອດ

ງັດຮ້ານແຖວສີບຸນເຮືອງ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ສຸດທ້າຍຖືກຫນີບໍ່ລອດຕ້ອງວ່າກັນໄປຕາມກົດຫມາຍບ້ານເມືອງຕໍ່ໄປ

 

 

 

ສອດສ່ອງ ເປັນຫູເປັນຕານຳກັນເດີ້ພີ່ນ້ອງ

 

Author: PP

Leave a Reply

Your email address will not be published. Required fields are marked *