ຂ່າວດີ..!! ລັດວິສາຫະກິດໄຟຟ້າລາວ ສະເໜີຈະຫຼຸດຄ່າໄຟຟ້າ 3% ຂອງມູນຄ່າໃບບິນ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ຂໍຖືເປັນກຽດຮຽນມາຍັງ ທ່ານ ເພື່ອຊາບວ່າ: ສືບເນື່ອງ ຈາກການແຜ່ລະບາດ ຂອງ ພະຍາດ COVID 19 ພາຍໃນປະເທດຄັ້ງໃໝ່ ໃນເດືອນ ເມສາ ປີ 2021 ນີ້, ເຮັດໃຫ້ລັດຖະບານຕ້ອງອອກມາດຕະການ Lockdown ໃນຫຼາຍແຂວງທົ່ວປະເທດ, ເນື່ອງຈາກເປັນໄລຍະທີ່ມີອາກາດຮ້ອນອົບເອົ້າ ເຊິ່ງຈະສົ່ງຜົນໃຫ້ຄ່າໄຟຟ້າສູງຂຶ້ນເຊັ່ນກັນ.

ສະນັ້ນ, ເພື່ອເປັນການບັນເທົາຜົນກະທົບຂອງປະຊາຊົນ ໃນຊ່ວງໄລຍະທີ່ມີການ Lockdown, ຂໍຮຽນສະເໜີມາຍັງລັດຖະບານ ເພື່ອພິຈາລະນາບາງມາດມາດຕະການ ຊ່ວຍເຫຼືອຜູ້ທີ່ໄດ້ຮັບຜົນກະທົບ ດັ່ງລຸ່ມນີ້:

➢ ສະເໜີ ຫຼຸດຄ່າໄຟຟ້າສະເພາະພາກທີ່ຢູ່ອາໃສ 3% ຂອງມູນຄ່າໃນໃບບິນ (ບໍ່ລວມອາກອນມູນຄ່າເພີ່ມ).
➢ ສະເໜີ ຫັກເອົາລາຍຮັບຂອງ ຟຟລ ຈາກການຈຳໜ່າຍໄຟຟ້າພາກທີ່ຢູ່ອາໃສ 2%, (ສະເພາະເງິນທີ່ເກັບໄດ້ໃນເດືອນ) ເພື່ອປະກອບສ່ວນຊຸກຍູ້ດ້ານວັດຖຸທີ່ຈໍາເປັນຕໍ່ ວຽກງານຕ້ານ ພະຍາດ COVID 19 ເຊັ່ນ: ຜ້າອັດປາກ, ເຈວລ້າງມື, ຊຸດກາວປ້ອງກັນຂອງແພດ, ອົກຊີເຈນ, ວັກຊີນ ແລະ ວັດຖຸອື່ນໆ ຕາມຄວາມຈຳເປັນ ໃຫ້ກັບພາກສ່ວນຮັບຜິດຊອບ ເພື່ອຫຼຸດຜ່ອນພາລະຂອງລັດຖະບານ ຫຼື ມອບເງິນດັ່ງກ່າວ ໃຫ້ກັບ ລັດຖະບານເພື່ອເອົາໄປໃຊ້ໃນວຽກງານດັ່ງກ່າວ.
➢ ສະເໜີ ເລື່ອນໄລຍະການຊຳລະໜີ້ຄ່າໄຟ ຂອງ ລູກຄ້າອອກໄປຕື່ມ ຈາກ 2 ເດືອນ ເພີ່ມເປັນ 3 ເດືອນ.

ແລະ ອື່ນໆຕາມແຈ້ງການລຸ່ມນີ້

 

 

 

Author: PP

Leave a Reply

Your email address will not be published. Required fields are marked *