
ໂຮງແຮມດອນຈັນ ພາເລດ ກຽມໃຫ້ໃຊ້ພື້ນທີ່ເພື່ອຮັບຮອງຜູ້ຕິດໂຄວິດມາພັກຮັກສາ ຖ້າມີຜູ້ຕິດເຊື້ອເພີ່ມຫລາຍຂື້ນໃນນະຄອນຫລວງ
ໂຮງແຮມດອນຈັນພາເຫຼກສ ອາດຢູ່ໃນແຜນສໍາຮອງຮັບຄົນສ່ຽງຕິດເຊື້ອໂຄວິດ19 ເນື່ອງຈາກສະຖານະການຜູ້ຕິດເຊື້ອໂຄວິດ 19 ໃນປະເທດລາວສູງຂຶ້ນທຸກມື້ ຕຽງນອນຮັກສາທີ່ໂຮງໝໍກໍ່ບໍ່ພຽງພໍໃນການຮັບຜູ້ຕິດເຊື້ອດັ່ງກ່າວສະນັ້ນທາງຄະນະສະເພາະກິດໄດ້ລົງພື້ນທີ ໂຮງແຮມດອນຈັນພາເຫຼກສເພື່ອປຶກສາຫາລືກັບທາງໂຮງແຮມດັ່ງກ່າວກຽມແຜນສໍາຮອງໃນການນໍາຄົນສ່ຽງຕິດເຊື້ອໂຄວິດ 19 ມາກັກຕົວຢູ່ທີ່ນີ້ ເຊິ່ງອະນາຄົດຕໍ່ໄປເຮົາຈະໄດ້ສະຖານທີນີ້ແທ້ບໍ່ ຢາກໃຫ້ທຸກຄົນຕິດຕາມຕໍ່ໄປເພາະວ່າທາງຄະນະສະເພາະກິດຢູ່ໃນຊ່ວງການເຈລະຈາຢູ່.
ວັນທີ 29 ເມສາ 2021 ທ່ານ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ລົງກວດກາສະຖານທີ່ ຢູ່ໂຮງແຮມ ດອນຈັນ ພາເລດ ເພື່ອເບິ່ງຄວາມພ້ອມໃນການກະກຽມບ່ອນຮອງຮັບຜູ້ທີ່ມີຄວາມສ່ຽງ ຫາກພະຍາດໂຄວິດ-19 ມີການຂະຫຍາຍສູ່ວົງກວ້າງ, ຕາມການສຳຫລວດເບື້ອງຕົ້ນແມ່ນມີທັງຫມົດ 80 ຫ້ອງ, ຂະຫຍາຍຕົວສູ່ວົງກວ້າງ ມີຄວາມຕ້ອງການຫ້ອງເພີ່ມກໍ່ສາມາດເພີ່ມໄດ້.
.
.