
ດ່ວນ ເອື້ອຍຮັກເບີ 59 ຖືກຈັບແລ້ວ ພ້ອມຄົນໄທອີກ 1 ຄົນ, ສ່ວນຄົນໄທອີກຜູ້ໜຶ່ງຍັງປິ່ນປົວຕໍ່.
ວັນທີ 30 ເມສາ 2021 ນີ້ ຄະນະສອບສວນເມືອງໜອງຄາຍ ໄດ້ເຂົ້າອາຍັດຕົວທ້າວຊິດຕະພົນ ຈັນຂາວ ອາຍຸ 30 ປີ ຊາວຈັງຫວັດຮ້ອຍເອັດ, ນາງດາວະດີ ວີລະກອນ ອາຍຸ 25 ປີ (ເອື້ອຮັກສາວຕີນ່າ)
ຄົນນະຄອນຫຼວງວຽງຈັນ ປະເທດລາວ ທີ່ໂຮງໝໍຈັງຫວັດໜອງຄາຍ ທີ່ລັກລອບຂ້າມຊາຍແດນ ແລະ ກວດພົບເຊື້ອແຕ່ວັນທີ 16 ເມສາຜ່ານມາ, ພາຍຫຼັງຜູ້ກ່ຽວໄດ້ຮັບການປິ່ນປົວດີ ແລ້ວຕຳຫຼວດຈຶ່ງເຂົ້າຈັບກຸມຕົວໄວ້
ພາຍຫຼັງເຈົ້າໜ້າທີ່ເຂົ້າຈັບກຸມແລ້ວ ທັງສອງໄດ້ໃຫ້ສາລະພາບວ່າແມ່ນຄວາມຈິງ ລັກລອບຂ້າມຊາຍແດນບໍ່ຖືກົດໝາຍ, ການແພ່ເຊື້ອພະຍາດຮ້າຍແຮງ, ການການນຳຄົນຕ່າງດ້າວເຂົ້າປະເທດຜິດກົດໝາຍ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງກັກໂຕໄວ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍ
ສ່ວນທ້າວທະນະກິດ ອິນຊິງ ອາຍຸ 31 ປີ ຊາວຈັງຫວັດມະຫາສາລະຄາມ ແມ່ນຍັງປິ່ນປົວບໍ່ທັນດີ ແຕ່ກໍຈະໄດ້ຮັບຄວາມຜິດໃນຖານຄົນໄທແຕ່ເຂົ້າອອກຊາຍແດນລະຫວ່າງປະເທດຜິດກົດໝາຍ ເຊັ່ນກັນ.