
ພະແນກສາທາລະນະສຸກແຂວງ ຂໍຖືເປັນກຽດຢ່າງສູງ ແຈ້ງມາຍັງຫົວໜ້າສາທາລະນະສຸກ 7 ເມືອງຊາບວ່າ: ປະຈຸບັນ ທ້າວ ວຽງໂຊ ອາຍຸ20 ປີ
(ບໍ່ຮູ້ນາມສະກຸນ) ຂ່າວເບື້ອງຕົ້ນເປັນຄົນ ຍອດອູ.ເນື້ອງຈາກວ່າ: ຜູ້ກ່ຽວໄດ້ອອກຈາກ ນະຄອນຫຼວງວຽງຈັນ ແລ້ວມາເຖິງແຂວງ ອຸດົມໄຊ
ວັນທີ່ 22 ເມສາ 2021 ໄດ້ເກັບຕົວຢ່າງກວດຫາເຊື້ອໂຄວິດ-19 ຫຼັງຈາກນັ້ນບໍ່ເຫັນຜູ້ກ່ຽວເລີຍ ວັນທີ່ 23 ເມສາ 2021 ຜົນກວດຫາເຊື້ອໂຄວິດ-19 ແມ່ນເປັນຜົນ(ບວກ) ໄລຍະຜ່ານມາແມ່ນປະສານຫາພາກສ່ວນທີ່ກ່ຽວຂ້ອງ ເມືອງ ຍອດອູແລ້ວ ແຕ່ກໍ່ບໍ່ມີຊື່ ທ້າວ ວຽງໄຊ ທີ່ເດີນທາງມາຈາກນະຄອນຫຼວງວຽງຈັນ
ເມືອເປັນແນວນັ້ນຈື່ງແຈ້ງມາຍັງຫ້ອງການສາທາລະນະສຸກ 7 ເມືອງໃຫ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງແລ້ວ ສືບຕໍ່ຕິດຕາມຄົ້ນຫາ ຊື່ທ້າວ ວຽງໄຊ ຕາມຂໍ້ມູນຂ້າງເທິງເຊີ່ງແມ່ນຄົນເມືອງໃດເມືອງໜື່ງ ຫຼື ບ້ານໃດບ້ານໜື່ງ
ຂອງແຂວງຜົ້ງສາລີ ຖ້າພົບຜູ້ກ່ຽວຕາມຂໍ້ມູນດັ່ງກ່າວ ໃຫ້ແຈ້ງຫາຄະນະຮັບຜິດຊອບສະເພາະກິດໂດຍດ່ວນ ທັ້ງນີ້ກໍ່ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນບໍ່ໃຫ້ຜູ້ກ່ຽວນຳເຊື້ອພະຍາດໄປແຜ່ວົງກວ້າງຕື່ມອີກ


ທີ່ມາ:

.