ຍັງມີຜູ້ເດີນທາງເຂົ້າມາ ສປປ ລາວ ຈາກປະເທດທີ່ມີການລະບາດຂອງພະຍາດໂຄວິດ ໃນແຕ່ລະວັນຍັງມີຈຳນວນຫຼວງຫຼາຍ

ວັນທີ 30 ເມສາ 2021 ຫົວໜ້າກອງເລຂາຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໃຫ້ຮູ້ວ່າ ວັນທີ 29 ເມສາ ທົ່ວປະເທດມີຜູ້ເດີນທາງເຂົ້າມາທັງໝົດ 2.620 ຄົນ ໃນນັ້ນ ຈຸດຜ່ານດ່ານ ລາວ-ໄທ 1.468 ຄົນ ຈຸດຜ່ານດ່ານ ລາວ – ຈີນ 19 ຄົນ ຈຸດຜ່ານດ່ານ ລາວ-ຫວຽດນາມ 983 ຄົນ ຜ່ານດ່ານສະໜາມບິນວັດໄຕສາກົນ 150 ຄົນ (ຄົນລາວ 39 ຄົນ ແລະ ຕ່າງປະເທດ 111 ຄົນ).

ບັນດາບຸກຄົນເຫຼົ່ານັ້ນ ແມ່ນໄດ້ຜ່ານການວັດແທກອຸນຫະພູມຮ່າງກາຍ ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດຫາເຊື້ອ COVID-19 ພ້ອມທັງນໍາສົ່ງໄປຈໍາກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກໍານົດໄວ້ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນຳໃຊ້ຢູ່ 57 ສູນ ມີຜູ້ຈໍາກັດບໍລິເວນ 3.756 ຄົນ ທຸກຄົນແມ່ນໄດ້ເກັບຕົວຢ່າງມາກວດວິເຄາະຫາເຊື້ອພະຍາດ COVID-19.

ໃນແຕ່ລະວັນ ຍັງມີຜູ້ເດີນທາງເຂົ້າມາ ສປປ ລາວ ຈາກປະເທດທີ່ມີການລະບາດຂອງພະຍາດ ເຮັດໃຫ້ລາວມີທ່າອ່ຽງຈະມີການຕິດເຊື້ອໃໝ່ເພີ່ມຂຶ້ນຢ່າງຕໍ່ເນື່ອງ ຕໍ່ກັບສະພາບດັ່ງກ່າວ ຂໍຮຽກຮ້ອມາຍັງອຳນາດການປົກຄອງທຸກຂັ້ນ ໃຫ້ຕິດຕາມເອົາໃຈໃສ່ ກວດກາການຈັດຕັ້ງປະຕິບັດແຈ້ງການດັ່ງກ່າວ ໂດຍສະເພາະການເຄື່ອນໄຫວໄປມາຂອງປະຊາຊົນທີ່ຫ້າມອອກຈາກເຮືອນ ແລະ ຫ້າມການເດີນທາງຖ້າບໍ່ມີຄວາມຈຳເປັນ

ໃຫ້ຕິດຕາມກວດກາຜູ້ທີ່ກັບມາຈາກປະເທດທີ່ມີການລະບາດຂອງພະຍາດ COVID-19 ຖ້າມີການພົບເຫັນການເຂົ້າມາແບບຜິດກົດໝາຍ ກໍໃຫ້ຮີບຮ້ອນແຈ້ງຄະນະສະເພາະກິດຂັ້ນຂອງຕົນທັນທີ ເພື່ອນຳເອົາຜູ້ກ່ຽວໄປກວດຫາເຊື້ອພະຍາດ ຈຳກັດບໍລິເວນຕາມລະບຽບການ ແລະ ພ້ອມກັນປະຕິບັດບນດາມາດຕະການຂອງຂັ້ນເທິງວາງອອກຢ່າງເຂັ້ມງວດ.

.

Author: PP

Leave a Reply

Your email address will not be published. Required fields are marked *