
ຜູ້ມີສ່ວນຮ່ວມໃນການຈັດງານ ບຸນບັ້ງໄຟ ບ້ານໂພນສິມ ແມ່ນຈະຖືກໃຫ້ຢຸດຕິການປະຕິບັດໜ້າທີ ແລະ ຈະຖືກໄລ່ອອກໜ້າທີ່ເລີຍ

ຈາກກໍລະນີ ທີ່ໃນສື່ອອນລາຍ ໄດ້ມີການສົ່ງຕໍ່ວິດີໂອ ການຈັດງານບຸນບັ້ງໄຟ ທີ່ ບ້ານຟພນສິມ ນະຄອນໄກສອນ ພົມວິຫານ

ນັ້ນ, ທ່ານ ແທນແກ້ວ ພົມວິດາ ຮອງເຈົ້າ ນະຄອນ ໄກສອນ ພົມວິຫານ, ແຂວງສະຫວັນນະເຂດ ໄດ້ອອກມາຖະແຫລງກ່ຽວກັບເຫດການດັ່ງກ່າວ ຜ່ານລາຍການ ຄລິນິກ ທັນເຫດການ ວ່າ:

ເຫດການຈັດງານບຸນທີ່ເກີດຂຶ້ນ ໃນວັນທີ 2 ພຶດສະພາ 2021 ຢູ່ບ້ານໂພນສິມ ນະຄອນໄກສອນ ພົມວິຫານ ແມ່ນມີຄວາມຈິງຖືວ່າເປັນການລະເມີດຕໍ່ຄຳສັ່ງ ແລະ ທຸກຄົນທີ່ມີສ່ວນຮ່ວມໃນການຈັດງານທຸກພາກສ່ວນ ຈະຕ້ອງຖືກປະຕິບັດວິໄນ ແລະ ໃຫ້ຢຸດຕິການປະຕິບັດໜ້າທີ່

ຂໍ້ມູນເພີ່ມເຕີມ: https://bit.ly/3teyDnk
