
ຕາມທີ່ໄດ້ຮູ້ຂໍ້ມູນ ຜູ້ຕິດເຊື້ອຄົນດັ່ງກ່າວ ທີ່ຊື່ວ່າ ທ້າວ ວຽງໄຊ ເປັນຄົນຊົນເຜົ່າ ເຊີ່ງເວົ້າລາວບໍ່ຄ່ອຍໄດ້ປານໃດ,ບໍ່ຮູ້ໜັງສືອິກ ແລະ ຜູ້ກ່ຽວກໍ່
ໄດ້ຕົວະຊື່ຕົວເອງວ່າ: ຊື່ ວຽງໄຊ ເວລາເກັບຕົວຢ່າງໄປກວດຫາເຊື້ອພະຍາດໂຄວິດ-19
ຕອນໃຫ້ຂໍ້ມູນຊື່ທ້າວ ວຽງໄຊ ບາດຊື່ແທ້ຜູ້ກ່ຽວແມ່ນ ຊື່ ແກ້ວ ແລະ ຍັງມີອີກຊື່ໜື່ງແມ່ນ ອາສານ,ດ້ວຍເຫດນີ້ເຮັດໃຫ້ຜູ້ກ່ຽວອ່ານໜັງສືບໍ່ອອກ
ເລີຍບໍ່ຮູ້ວ່າທາງການປະກາດຫາເຈົ້າຂອງ, ແລະ ແຟນຂອງລາວກໍ່ບໍ່ຮູ້ວ່າລາວປ່ຽນຊື່
ເຫັນທາງການປະກາດຊອກຫາຜູ້ຕິດເຊື້ອກໍ່ເລີຍຮູ້ວ່າແມ່ນ ແຟນຕົວເອງ
ເຊີ່ງທາງຄະນະສະເພາະກິດ ແຂວງ ອຸດົມໄຊ ລາຍງານເບື້ອງຕົ້ນໃຫ້ຮູ້ວ່າ: ມີຄົນສຳພັດໃກ້ຊິດກັບຜູ້ກ່ຽວແມ່ນ 50 ກວ່າຄົນ
ທີ່ມາ: