ງານນີ້ພຣະລອດ..!! ແຕ່ນາຍບ້ານບໍ່ລອດ ຖືກປະຕິບັດວິໃນ ປົດຕຳແໜ່ງທຸກຢ່າງ ພ້ອມສັ່ງປິດບ້ານໂພນສິມ ເປັນເວລາ 14 ວັນ

ຈາກປະເດັນດຣາມ່າ “ບຸນບັ້ງໄຟບ້ານໂພນສິມ” ຫຼ້າສຸດທາງຄະນະພັກ-ຄະນະປົກຄອງນະຄອນໄກສອນພົມວິຫານ ໄດ້ປະຕິບັດວິໄນຕໍ່ຜູ້ກ່ຽວຂ້ອງແລ້ວ ໂດຍໄດ້ປົດຕຳແໜ່ງເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ເຊິ່ງເປັນທັງນາຍບ້ານໂພນສິມ ລວມທັງປິດການເຂົ້າ-ອອກບ້ານບ້ານໂພນສິມ ເປັນເວລາ 14 ມື້ ນັບຕັ້ງແຕ່ວັນທີ 2 ພຶດສະພາ 2021 ເປັນຕົ້ນ

ທັງນີ້ເຫດການທີ່ເກີດຂຶ້ນແມ່ນເນື່ອງມາຈາກ ເມື່ອວັນທີ 2 ພຶດສະພາ 2021, ອຳນາດການປົກຄອງ ເຖົ້າແກ່ແນວໂຮມພາຍໃນບ້ານໄດ້ມີການຫ້າງຫາກະກຽມ ເພື່ອຈັດບຸນບັ້ງໄຟ ໂດຍໃນເບື້ອງຕົ້ນແມ່ນມີຈຸດປະສົງຈະຈັດແບບກະທັດຮັດຕາມຮີດຄອງ ແຕ່ເມື່ອມີການເຕົ້າໂຮມກັນ ປະຊາຊົນພາຍໃນບ້ານຈຶ່ງພາກັນແຫ່ມາຮ່ວມ ໂດຍມີການກິນເຫຼົ້າເບຍ, ຫຼິ່ນນໍ້າເປື້ອນ, ນໍ້າມັນ ແລະ ເສບແຫ່ຕາມທີ່ເຄີຍເຮັດກັນ ແລະ ພາຍຫຼັງມີການເຜີຍແຜ່ຄລິບດັ່ງກ່າວລົງໃນໂຊຊຽວມີເດຍ ຈົນເກີດສຽງວິພາກວິຈານ ແລະ ເລື່ອງດັງໄປຮອດຫູຂອງຄະນະນຳນະຄອນໄກສອນພົມວິຫານ.

ທັງນີ້ ເຫດການທີ່ເກີດຂຶ້ນ ອີງຕາມການຖະແຫຼງຂອງຄະນະນຳນະຄອນໄກສອນ ລະບຸວ່າ ເປັນການລັກຈັດ ແລະ ບໍ່ໄດ້ຮັບການອະນຸຍາດຈາກເຈົ້ານະຄອນໄກສອນພົມວິຫານ ລວມທັງລະເມີດຄຳສັ່ງຂອງສູນກາງ ແລະ ທ້ອງຖິ່ນກ່ຽວກັບການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ໂດຍສະເພາະຄຳສັ່ງ 211/ຈນ.ກສ ລົງວັນທີ 25 ເມສາ 2021 ທີ່ເຫັນດີໃຫ້ປິດນະຄອນ ໂດຍເນື້ອໃນໄດ້ຫ້າມການຈັດກອງປະຊຸມ, ໂຮມຊຸມນຸມ, ງານດອງ, ງານບຸນປະເພນີ, ງານທາງສາສະໜາ ແລະ ງານລ້ຽງສັງສັນຕ່າງໆ.

ສະນັ້ນແລ້ວ ທາງຄະນະນຳຂອງນະຄອນໄກສອນພົມວິຫານ ຈຶ່ງໄດ້ມີມະຕິປົດຜູ້ເປັນເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກ ເຊິ່ງເປັນທັງນາຍບ້ານບ້ານໂພນສິມ ແລະ ຈະມີການປະຕິບັດວິໄນຕໍ່ກັບຜູ້ມີສ່ວນຮ່ວມໃນຄັ້ງນີ້. ພ້ອມນີ້ ກໍຍັງໄດ້ມີການສັ່ງປິດການເຂົ້າ-ອອກບ້ານໂພນສິມເປັນເວລາ 14 ວັນ ເລີ່ມແຕ່ວັນທີ 2 ພຶດສະພາ 2021 ເປັນຕົ້ນໄປ ເພື່ອຕິດຕາມອາການຂອງຄົນໃນບ້ານທີ່ຜິດປົກກະຕິ ເພື່ອກວດກາເຊື້ອຕໍ່ໄປ.

ອ້າງອີງຈາກ: ວິທະຍຸກະຈາຍສຽງແຂວງສະຫວັນນະເຂດ

Author: PP

Leave a Reply

Your email address will not be published. Required fields are marked *