ລົດຈຳໂບ້..!! ສວຍໂອກາດຂື້ນລາຄາຜູ້ໂດຍສານໃນຊ່ວງວິກິດພະຍາດໂຄວິດລະບາດ

ຈາກເຟສບຸກ joy khamanivongsa ໂພສວ່າ: ເຕືອນໄພຜູ້ບໍການຂົນສົ່ງລົດຈຳໂບ້ເຂດໜ້າໂຮງໝໍເດັກ150ຕຽງສວຍໂອກາດຂື້ນລາຄາຜູ້ໂດຍສານແພງເກີນເຫດຊ່ວງວິກິດພະຍາດໂຄວິດ19ລະບາດ.

ໃນຕອນເຊົ້າຂອງວັນທີ 3/5/2021ນ້ອງຮັກຂອງຂ້າພະເຈົ້າເລົ່າສູ່ຟັງວ່າໃນເວລາ8ໂມງຫາ10ໂມງເຊົ້າໄດ້ພາລູກນ້ອຍບໍ່ສະບາຍໄຂ້ຂື້ນໄປກວດພະຍາດຢູ່ໂຮງໝໍຕອນໄປແມ່ນຄ່າຈ້າງລົດຈຳໂບ້ແມ່ນ10.000 ກີບ.

ແຕ່ບ້ານອານຸຫາໂຮງໝໍ150ຕຽງຕອນຂາກັບໄດ້ໄປຖາມລົດຈຳໂບ້ທີ່ຈອດຢູ່ຫນ້າໂຮງໝໍເດັກຄິດລາຄາຂົນສົ່ງ180.000ກີບຕໍ່ແນວໃດ໋ກະບໍ່ລຸດຊ້ຳແນະນຳໃຫ້ໄປຫາຈຳໂບ້ອິກຄັນທີ່ຢູ່ໃກ້ກັນ

ນ້ອງສາວຍ່າງໄປຖາມ ຈຳໂບ້ຄັນທີ່ສອງວ່າສິລຸດໃຫ້150.000ກີບ ພວກທ່ານຄິດວ່າແນວໃດ໋ຂໍຄວາມເຫັນແດ່ ແລະຂໍໃຫ້ພາກສ່ວນກ່ຽວຂ້ອງກວດສອບໃຫ້ປະຊາຊົນຄົນຫາເຊົ້າກີນຄ່ຳແດ່. ໃຜຖຶກໃຈກົດໄລ້ກົດແຊໃຫ້ຜູ້ມີສ່ວນກ່ຽວຂ້ອງໃນຄັ້ງນີ້ພິຈາລະນາແດ່….ຂໍຂອບໃຈ.

ທີ່ມາ:

Author: PP

Leave a Reply

Your email address will not be published. Required fields are marked *