
ສຳເລັດເຊັດສີ້ນພາລະກິດໃນການຊ່ວຍເຫລືອ 3 ແມ່ລູກມື້ນີ້ກ່ອນອື່ນຫມົດກະຂໍຂອບໃຈນຳຫມູ່ຄູ່ ເອື້ອຍນ້ອງຫມົດທຸກຄົນທີ່ຊ່ວຍ ຮ່ວມສົມທົບທືນກັນ ນ້ຳໃຈຜູ້ລະ ເລັກລະຫນ້ອຍ ລວມທັ້ງຫມົດໄດ້ : 840,000ກີບ

ໄດ້ໄປຊື້ຕູ້ເຢັນໃຫ້ເພີ່ນ 999,000ກີບຊື້ຜ້າປິດປາກ 2ກັບ 30,000ກີບຊື້ເຈວລ້າງມື 2ປຸກ 50,000ກີບຊື້M-150 ຊຸກຍູ້ກອງຫລອນບ້ານດົງໂດກ 40,000ກີບ/1ແພ໊ກຊື້ກໍ້ປັກໄຟ 5ແມ໊ດ 1ກໍ້ /35,000ກີບລວມທັ້ງຫມົດເປັນຈຳນວນເງີນ : 1,154,000ກີບ

(ສາເຫດ: ທີ່ຊື້ຕູ້ເຢັນແມ່ນໄປຫາເພີ່ນແລ້ວມີຄົນມາຊ່ວຍເຫລືອເພີ່ນຢ່າງຫລວງຫລາຍ ບໍ່ວ່າຈະເປັນເຂົ້າສານ ອາຫານແຫ້ງ ນ້ຳດື່ມ ນົມເດັກ ຂອງໃຊ້ສ່ວນໂຕ ເສື່ອນອນ ແມ່ນມີຄົນເອົາມາຊ່ວຍເປັນຈຳນວນຫລວງຫລາຍແລ້ວ ແລະກະມີບາງຄົນທີ່ມາບໍ່ໄດ້ເພີ່ນກະໄດ້ໂອນຊ່ວຍເຫລືອເຂົ້າບັນຊີລາວໂດຍຕົງ ໄດ້ປະມານ ລ້ານປາຍ ເພື່ອໃຫ້ລາວໄວ້ຈ່າຍຄ່າຫ້ອງແຖວເດືອນ 400,000ກີບ .

ແລະມີແມ່ຄ້າຕະຫລາດໄຟຟ້າເພີ່ນໄດ້ມາຊ່ວຍພວກຊີ້ນ ປາ ຜັກທີ່ເປັນເຄື່ອງດິບ ຂອງຄາວ ແຕ່ວ່າ 3ແມ່ລູກສຳພັດບໍ່ມີຕູ້ເຢັນໄດ້ເອົານ້ຳກ້ອນເຕັ່ງເອົາເລີຍຢ້ານມັນເນົ່າ ກະເລີຍໄດ້ພາກັນລົມປຶກສາກັນວ່າ ໃຫ້ຂ້ອຍຊື້ຕູ້ເຢັນໃຫ້ເພີ່ນເອົາສະ ກະເລີຍຊື້ຕູ້ເຢັນໃຫ້ແທນ .ນີ້ຄືນ້ຳໃຈ ແຮງບຸນຈາກທຸກຄົນທີ່ຮ່ວມແຮງຮ່ວມໃຈກັນຊ່ວຍເຫລືອຄົນທີ່ຕົກທຸກໄດ້ຍາກ .ລາວກະທັ່ງຮັບເຄື່ອງທັ່ງໄຫ້ບໍ່ຄິດວ່າສິມີຄົນມາຊ່ວຍຫລາຍປານນີ້ເພີີ່ນຍັງຝາກມາຂອບໃຈຫມົດທຸກຄົນທີ່ຊ່ວຍເຫລືອເພີ່ນໃນຄັ້ງນີ້ ຂໍໃຫ້ທຸກຄົນຢູ່ເຢັນເປັນສຸກ ສຸຂະພາບແຂງແຮງ ລ້ຳລວຍ ໃຫ້ໄດ້ກັບຄືນມາຫລາຍກ່ອນເກົ່າເດີ້ຫມົດທຸກຄົນ

ແລະຖ້າໃຜຢາກເອົາເຄື່ອງນຸ່ງໃຫ້ສຳຫລັບເດັກແມ່ນ1.ຜູ້ກົກ ອາຍຸ 4ປີ (ເພດຊາຍ)2.ຜູ້ຫລ້າ ອາຍຸ 8ເດືອນ (ເພດຍີງ)ເດີ້ເຈົ້າໄປຊ່ວຍເພີ່ນໄດ້ໂດຍຕົງຢູ່ຫ້ອງແຖວເລີຍ
ພິກັດບ້ານດົງໂດກ ຮ່ອມ4
ເຂົ້າໄປຖາມຫາ 3ແມ່ລູກທີ່ຢູ່ຫ້ອງແຖວແມ່ນຮູ້ຫມົດສຸດທ້າຍ ຂອບໃຈຄົນລາວທຸກຄົນທີ່ມີນ້ຳໃຈຊ່ວຍເຫລືອເຊີ່ງກັນແລະກັນ ຂໍໃຫ້ທຸກຄົນຈະເລີນກ້າວຫນ້າ ລ້ຳລວຍ ປາດຖະຫນາສີ່ງໃດກະຂໍໃຫ້ໄດ້ດັ່ງໃຈເດີ້ ຂໍໃຫ້ວິດຈາກໂຄວິດໄວໆ
ທີ່ມາ: ຂອງຜູ້ບໍລິຈາກເອງhttps://www.facebook.com/profile.php?id=100013431437349
