
ສປປ ລາວ ຈະພິຈາລະນາ ສືບຕໍ່ ຄຳສັ່ງເລກທີ 15/ນຍ ເພື່ອຄວບຄຸມ ສະກັດກັ້ນໂຄວິດ-19 ອອກໄປຕື່ມ 15 ວັນ ຈົນຮອດ ວັນທີ 20 ພຶດສະພາ 2021

ທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທັງເປັນປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ຖະແຫຼງຂ່າວໃນຕອນແລງຂອງມື້ວັນທີ 4 ພຶດສະພາ 2021ນີ້ທີ່ສໍານັກງານນາຍົກລັດຖະມົນຕີກ່ຽວກັບການສະເໜີໃຫ້ລັດຖະບານສືບຕໍ່ປະຕິບັດຄໍາສັ່ງນາຍົກລັດຖະມົນຕີ ແລະ ມາດຕະການຕ່າງໆເພື່ອຕ້ານ ແລະ ປ້ອງກັນພະຍາດໂຄວິດ-19
ໃນຂອບເຂດທົ່ວປະເທດອີກ 15 ວັນ (6 -20 ພຶດສະພາ) ພາຍຫຼັງທີ່ຈະໝົດກໍານົດໃນມື້ວັນທີ 5 ພຶດສະພານີ້ ຫຼື ມື້ອື່ນ.
ຂ່າວຈາກ: ວຽງຈັນທາຍ(ຄຣິບ)