
ຕອນກາງຄືນຂອງວັນທີ່ 4 ພຶດສະພາ 2021 ເກີດມີພາຍຸລະດູຮ້ອນພັດເຂົ້າເຂດບ້ານນາດູ່ ເມືອງລະຄອນເພັງ ແຂວງສາລະວັນ
ເຮັດໃຫ້ເຮືອນພັກຂອງພະນັກງານ ໂຮງງານຖ່ານແຫ່ງໜຶ່ງ ເປີດ ແລະ ພັງລົງ ຈົນໄດ້ຮັບຄວາມເສຍຫາຍໜັກ, ເສົາໄຟຟ້າຫັກ.
ເຫດຄັ້ງນີ້ກໍ່ພາໃຫ້ມີຜູ້ໄດ້ຮັບບາດເຈັບ 2 ຄົນຈາກໄຟຟ້າຊັອດ, ສັງກະສີເປີດ, ຝາເຮືອນປິວ ແລະ ເຄື່ອງໃຊ້ຂອງສອຍແມ່ນເສຍຫາຍໜັກ.