
ໃນວັນທີ 5 ພຶດສະພາ 2021 ແຂວງເຊກອງ ອອກແຈ້ງການ ສັ່ງຍົກເລີກຈຸດກວດກາ ຄົນເຂົ້າ-ອອກ ລະຫວ່າງເມືອງຕໍ່ເມືອງ ໃນຈຳນວນ 4 ເມືອງ ພາຍໃນແຂວງ ດັ່ງນັ້ນປະທານຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຕວິດ 19
ຂັ້ນແຂວງ ຂໍຖື ເປັນກຽດແຈ້ງມາຍັງປະທານຄະນະສະເພາະກິດຂັ້ນເມືອງ 04 ຕົວເມືອງ ເພື່ອຊາບກ່ຽວກັບການຍົກເລີກຈຸດກວດຄົ້ນເຂົ້າ-ອອກເມືອງດັ່ງນີ້:
1. ເຫັນດີຍົກເລືກຈຸດເຊື່ອມຕໍ່ລະຫ່ວາງເມືອງຕໍ່ເມືອງ ໃຫ້ຍົກເລີກຈຸດກວດກາ 03 ຈຸດຂອງເມືອງລະມາມຄື: ຈຸດກວດກາບ້ານນາເວີ, ບ້ານຕອກອົງແກ້ວ, ບ້ານແບ່ງເມືອງທ່າແຕ່ງ ຈຸດກວດບ້ານກົກໄຮ, ເມືອງດາກຈຶງ ຈຸດກວດ ດາກລານ,ຈຸດກວດບ້ານຕັ້ງສຽງ
2. ເຫັນດີໃຫ້ສືບຕໍ່ຮັກສາຈຸດກວດກາ ເຂດເຊື່ອມຕໍ່ລະຫວ່າງແຂວງຕໍ່ແຂວງຄື: ເມືອງລະມາມ: ຈຸດກວດ ຫົວຂົວເຊນ້ຳນ້ອຍ; ເມືອງທ່ານແຕງໃຫ້ສືບຕໍ່ຈຸດກວດ ບ້ານຫຼັກຂາວ ແລະ ຈຸດກວດບ້ານກົກພຸງ, ປ່ອງຂ້າມລອບລະຫວ່າງບ້ານ ຫາ ບ້ານຕິດກັບແຂວງສາລະວັນ; ສໍາລັບເມືອງດາກຈຶງໃຫ້ສືບຕໍ່ຮັກສາຈຸດກວດກາບ້ານຕຣອງເມືອງ (ດາກຢອຍ) ທີ່ເຊື່ອມຕໍ່ກັບແຂວງອັດຕະປື ແລະ ຈຸດກວດຫຼັກຊາວ; ເມືອງກະລຶມໃຫ້ສືບຕໍ່ຮັກສາຈຸດກວດຢູ່ເມືອງເກົ່າ
3. ມອບໃຫ້ຄະນະສະເພາະກິດຂັ້ນເມືອງ 04 ຕົວເມືອງຈົ່ງຮັບຮູ້ ແລະ ພ້ອມກັນຈັດຕັ້ງປະຕິບັດໃຫ້ເຂັ້ມງວດ, ມີຄວາມຮັບຜິດຊອບສູງ, ຖ້າຫາກວ່າມີການປ່ຽນແປງ ຫຼື ມີແຈ້ງການໃໝ່ ຈະແຈ້ງໃຫ້ຊາບຕາມພາຍຫຼັງ.