
ສື່ໄທລາຍງານເມື່ອ ວັນທີ 8 ພຶດສະພາ 2021 ວ່າ ເຈົ້າຫນ້າທີ່ໄທ ຈັບກຸມຊາວລາວ 8 ຄົນ ທີ່ເດີນທາງມາຈາກນະຄອນຫລວງບາງກອກ ປະເທດໄທ ກຳລັງຈະເດີນທາງກັບແຂວງຈຳປາສັກ ສປປ ລາວ ຖືກຈັບໄດ້ທີ່ບໍລິເວນດ້ານເຫນືອຂອງ ຊ່ອງເມັກ ອຳເພີສິຣິນທອນ ຈັງຫວັດອຸບົນຣາດຊະທານີ ເຈົ້າຫນ້າທີ່ໄດ້ນຳຕົວທັງຫມົດໄປ ສະຖານີຕຳຫລວດພູທອນຊ່ອງເມັກ ເພື່ອດຳເນີນຄະດີຕໍ່ໄປ.
ຂໍຝາກເຕືອນພີ່ນ້ອງ ຢ່າລັກລອບຂ້າມເດັດຂາດ ເຈົ້າທີ່ໄທເຫັນເພີ່ນກໍ່ຈັບ ເພາະມັນຜິດກົດຫມາຍ ແລະ ໃນຊ່ວງໂຄວິດ-19 ນີ້ເພີ່ນແຫ່ງເຂັ້ມງວດ ແລະຖ້າເຈົ້າທີ່ລາວເພີ່ນເຫັນເພີ່ນກໍ່ຈັບ ປັບໄຫມດຳເນີນຄະດີຕາມກົດຫມາຍຢ່າງເຂັ້ມງວດເຊັ່ນດຽວກັນ.
ທາງທີ່ດີໃຫ້ເດີນທາງກັບຕາມດ່ານສາກົນທີ່ເພີ່ນເປີດໃຫ້ຂ້າມຈະດີກວ່າເດີພີ່ນ້ອງ
ແຊຣ໌ໃຫ້ແດ່ຫລາຍຄົນຍັງບໍ່ຮູ້ ຂ່າວ