
ປ້າ Bounleua Kiatikhema ໃຈດີ ຕາງໜ້າໃຫ້ MissionEnfance ມອບນ້ຳໃຈໃຫ້ກັບນັກຮຽນ ທີ່ຫ່າງໄກຈາກ ຄອບຄົວ ທີ່ຂາດອາຫານການກີນ ໃນຊ່ວງລ໊ອກດາວ ໃຫ້ກັບ 2ວິທະຍາໄລ
1 ວິທະຍາໄລເຕັກນິກ ແຂວງຈຳປາສັກ ມີນັກຮຽນຕິດຄ້າງໃນຫໍພັກ 105ຄົນ ເຂົ້າສານ 10ເປົາ (50ກລ), ປາກະປອງ 22 ແພກ, ໝີ່ 20 ແກດ, ໄຂ່ໄກ່ 18ແຕະ
2 ວິທະຍາໄລເຕັກນິກກະສິກຳ ແຂວງຈຳປາສັກ ມີນັກຮຽນ ຕິດຄ້າງໃນຫໍພັກ ປະມານ 20ຄົນ ເຂົ້າສານ 2ເປົາ, ໝີ່ໄວໆ 3 ແກດ, ໄຂ່ໄກ່ 2ແຕະ ເງີນສົດ 200.000
ນອກນີ້ຍັງຈະສືບຕໍ່ມອບໃຫ້ກັບ ວິທະຍາໄລການເງິນພາກໄຕ້ ອີກ ໃນຄັ້ງຕໍ່ໄປ ເປັນຫຍັງປ້າຈີ່ງໄດ້ຮັບເງີນຊ່ວຍເຫຼືອດັ່ງກ່າວ?
.
ເມື່ອວັນທີ 4 ປ້າໄດ້ຮັບໂທລະສັບຈາກ ໂຄງການ Mission Enfance (ທີ່ໃຫ້ທືນສ້າງໂຮງຮຽນ ໃຫ້ກັບໂຮງຮຽນຫ່າງໄກ ໃນແຂວງຈຳປາສັກ ສ້າງມາແລ້ວກວ່າ 25ຫຼັງ) ເພີ່ນຈິ່ງຖາມປ້າກ່ຽວກັບ ສະຖານະການໂຄວີດ
.
ປ້າຕອບວ່າ ໂຄວິດບໍ່ອັນຕະລາຍຫລາຍ ແຕ່ການຢຸດສະງັດເຮັດໃຫ້ຜູ້ຄົນອຶດຫີວຫລາຍ …. ເພີ່ນຈິ່ງມອບເງີນຈຳນວນຫນຶ່ງຜ່ານມາທາງປ້າເພື່ອຊ່ວຍ ເຫຼືອຜູ້ລຳບາກດັ່ງ
ນອກຈາກນັ້ນ ປ້າຍັງໄດ້ຕິດຕາມ ທ່ານອຳນວຍການວິທະຍາໄລ ເພື່ອໄປເບິ່ງໜອງປາທີ່ນັກຮຽນໄປຕຶກເບັດ ໃນແຕ່ລະແລງ ມາເປັນເປັນອາຫານ
ທ່ານ ອຳນວຍການຍັງໄດ້ຝາກມາວ່າ ຮອດຍາມລະດູປ່ອຍປາ ຖ້າປະຊາຊົນ ນັກທະລະກິດ ທ່ານໄດ ຫາກມີເງື່ອນໄຂ ສາມາດນຳປາມາປ່ອຍໄດ້ ເພື່ອເປັນອາຫານໃຫ້ກັບນ້ອງນັກຮຽນໃນລະດູທັດໄປ.
ເຖິງຈະບໍ່ແມ່ນເງິນຂອງປ້າກໍ່ຕາມ ແຕ່ຍ້ອນຄວາມເຊື່ອຖື ນ້ຳໃຈ ເຊື່ອຖືໃນຕົວຂອງປ້າ ຈິ່ງມີຜູ້ກ້າຍື່ນມືມາຊ່ວຍໃຫ້ເຖີງມືລູກຫລານເຮົາ.