ຂ່າວດ່ວນ..!! ກໍລະນີທຳອິດເສຍຊີວິດໃນລາວຈາກໂຄວິດ-19 ຄົນສັນຊາດຫວຽດນາມ

ຂ່າວດ່ວນ ກໍລະນີທຳອິດເສຍຊີວິດໃນລາວຄົນສັນຊາດຫວຽດນາມ​ ຈາກໂຄວິດ-19

.

ວັນທີ 9 ພຶດສະພາ 2021 ມີກໍລະນີເສຍຊີວິດລາຍທຳອິດຂອງປະເທດລາວ ເປັນຍິງສັນຊາດຫວຽດນາມ (ກໍລະນີ 364) ອາຍຸ 53 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວງງຈັນ

– ຜູ້ກ່ຽວມີພະຍາດປະຈໍາຕົວຄືອັກເສບຕັບບີ, ແລະ ພະຍາດເບົາຫວານ ຫຼັງກວດເລືອດທີ່ ໂຮງໝໍເຊດຖາທິລາ ປະກົດວ່າເບົາຫວານຂື້ນຮອດ 200. ເສຍຊີວິດ ເວລາ 1:00 ໂມງເຊົ້າ ຂອງທີ່ 09 ພຶດສະພາ 2021.

– ຖືວ່າເປັນກໍລະນີທີ່ມີພະຍາດປະຈຳຕົວ ແລະ ເກີດອາການແຊກຊ້ອນ ເຮັດໃຫ້ການຕິດເຊື້ອຮຸນແຮງ ແລະ ເສຍຊີວິດ ທີມງານ ຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການທີ່ເກີດຂຶ້ນ

ພາບ ແລະ ຂໍ້ມູນຈາກ Hiền Đhqg Lào

Author: PP

Leave a Reply

Your email address will not be published. Required fields are marked *