
ອຸທາຫອນ ເສຍດວງຕາຍ້ອນຕັດຫຍ້າ

ນ້ອງຊາຍຫລ້າຂອງຂ້າພະເຈົ້າຕັດຫຍ້າສວນໃນວັນທີ່ 4 ຜ່ານມາ ແລະມີເສດເຫລັກຝົ້ງເຂົ້າຕາ ຄອບຄົວໄດ້ນຳສົງໄປໂຮງໝໍແຂວງທັນທີເພື່ອເອົາເສດເຫລັກອອກ ຄອບຄົວກໍ່ປຶກສາກັບທ່ານໝໍວ່າຜ່າຕັດເອົາເສດເຫລັກອອກເຮັດໄດ້ບໍ ຖ້າບໍ່ໄດ້ຈະເອົາຂື້ນມາວຽງ ທາງທ່ານໝໍເພີ່ນກະວ່າເຮັດໄດ້ ຄອບຄົວເລີຍຕັດສິນໃຈຜ່າຢູ່ທີ່ນັ້ນ.

ຫລັງຈາກຜ່າຕັດເອົາເຫລັກອອກມາແລ້ວນ້ອງຊາຍມີອາການເຈັບທໍລະມານ ຈົນຮອດຕອນເຊົ້າວັນທີ 5 ໄດ້ປຶກສາກັບທ່ານໝໍວ່າເປັນແນວໃດຕານ້ອງຊາຍຄືເຈັບປວດທໍລະມານແທ້ ເພີ່ນກະກວດຄືນຫລັງການຜ່າຕັດ ແລະ ເຫັນວ່າບາດແຜທີ່ຜ່າຕັດນັ້ນຕິດເຊື້ອ(ມີນໍ້າໜອງ) ທ່ານໝໍຜູ້ຜ່າຕັດໃຫ້ນັ້ນຈິ່ງແນະນຳໃຫ້ສົ່ງມາປິ່ນປົວຢູ່ໂຮງໝໍທົ່ງປົ່ງ ວຽງຈັນ. ຄຳຖາມທີ່ຄາຢູ່ໃນໃຈຂ້າພະເຈົ້າຄື: ເປັນຫຍັງຈິ່ງຕິດເຊື້ອ ແລະອັກເສບແຮງປານນັ້ນ? ຄວາມສະອາດ? ເຄືອງມືການແພດ? ຢາ? ຄຳວ່າເຮັດໄດ້ ແມ່ນໄດ້ແນວນີ້ບໍ?

ພໍມາຮອດໂຮງໝໍທົ່ງປົ່ງຕອນບ່າຍຂອງວັນທີ 5, ທ່ານໝໍເພີ່ນກໍສູມໃສ່ກວດອີກຮອບ ແລະປະສານຫາໂຮງໝໍແຂວງວ່າຜ່າຕັດຈັງໃດໃຫ້ຕິດເຊື່ອ ແລະອັກເສບຮຸນແຮງປານນີ້.

ຜົນການກວດທ່ານໝໍບອກວ່າ ດວງຕາໄດ້ຮັບການຕິດເຊື້ອອັກເສບຮ້າຍແຮງ ເຮັດໃຫ້ສູນເສຍແກ້ວຕາ ແລະການເບິ່ງເຫັນ ໝໍກໍ່ພະຍາຍາມເຕັມທີ່ໃນການຊ່ວຍປົວເພື່ອຫລຸດຜ່ອນການອັກເສບ ແຕ່ກໍ່ບໍ່ສາມາດຢຸດການອັກເສບນັ້ນໄດ້ຫັງຈາກທີ່ພະຍາຍາມຢູ່ 2ມື້. ດັ່ງນັ້ນທ່ານໝໍຈິ່ງແນະນໍາໃຫ້ມາຜ່າຕັດເອົາດວງຕາອອກ ຢູ່ໂຮງໝໍມະໂຫສົດເຊິ່ງເປັນທາງອອກສຸດທ້າຍ ເພື່ອຢຸດການຕິດເຊື້ອທີ່ຈະລາມໄປຫາຕາອີກຂ້າງ ແລະສະໝອງ.
ວັນທີ 8 ໂຮງໝໍທົ່ງປົ່ງ ໄດ້ນໍາສົ່ງມາໂຮງໝໍມະໂຫສົດເພື່ອກຽມການຜ່າຕັດ. ປະຈຸບັນ ວັນທີ 9 ນ້ອງຊາຍກຳລັງເຂົ້າຫ້ອງຜ່າຕັດ ແລະຫວັງວ່ານ້ອງຈະປອດໄພ ແລະພາວັນນາຢ່າໃຫ້ມີຜົນອັນໃດຕໍ່ດວງຕາທີ່ເຫລືອຢູ່ອີກຂ້າງ

ເສຍເວລາ ແລະເງີນຄຳຊໍ່າໃດ ກໍ່ຍັງບໍ່ເຫລືອໃຈເທົ່າກັບນ້ອງທີ່ຕ້ອງເສຍດວງຕາ ບໍ່ໂທດໂຮງໜໍແຂວງ ແລະໃຜດອກ ຄິດສະວ່າເປັນເວນເປັນກຳຂອງຄອບຄົວເຮົາ. ສິ່ງທີ່ເຮັດໄດ້ໃນປະຈຸບັນນີ້ຄື: ຕ້ອງພາກັນທຳໃຈຍ້ອມຮັບ, ໃຫ້ກຳລັງໃຈນ້ອງຊາຍໃຫ້ເຂັ້ມແຂງ ແລະພາກັນຫາເງີນມາໃສ່ຄ່າປິ່ນປົວ ແລະ ຕາທຽມໃຫ້ນ້ອງ
ບໍ່ເຄີຍຄິດວ່າເລື່ອງແບບນີ້ຊິເກີດກັບຄອບຄົວເຮົາSengvongkham Svk Konnee Southisan ສູ້ໆນ້ອງຊາຍ
ທີ່ມາ:
